Submitted by wickyboubphalyvanh on
ໃນວັນທີ 9 ມັງກອນ 2019 ທີ່ ຫ້ອງປະຊຸມພະແນກຍຸຕິທຳແຂວງບໍລິຄຳໄຊ. ໄດ້ດຳເນີນຊີວິດການເມືອງກວດກາການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານພະແນກຍຸຕິທຳແຂວງບໍລິຄຳໄຊ ປະຈຳປີ 2018 ພາຍໃຕ້ການເປັນປະທານຂອງສະຫາຍ ຄຳຜັນ ສິດໄຊຍະສານ ເລຂາໜ່ວຍພັກ ວ່າການຫົວໜ້າພະແນກຍຸຕິທຳແຂວງ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຕັນ ສີສົມຈິດ ແລະ ທ່ານ ນາງ ໄອ່ຄຳ ແສນມະນີ ຄະນະຕິດຕາມຊຸກຍູ້ຂັ້ນແຂວງ. ມີບັນດາສະຫາຍສະມາຊິກພັກສົມບູນ ແລະ ສຳຮອງຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ຄຳຜັນ ສິດໄຊຍະສານ ເລຂາໜ່ວຍພັກວ່າການຫົວໜ້າພະແນກຍຸຕິທຳແຂວງ. ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊືມເອກະສານ ກ່ຽວກັບຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ. ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ຕ້ອງປັບປຸງ, ແກ້ໄຂ ແລະ ເອົາໃຈໃສ່ ພ້ອມທັງເຊີດຊູວຽກງານພັກ ໃຫ້ສະມາຊິກພັກ ແລະ ພະນັກງານທຸກສະຫາຍກຳແໜ້ນ ໂດຍສະເພາະພະນັກງານ ສະມາຊິກພັກ ພະນັກງານຫຼັກແຫຼ່ງ ທີ່ຈະເປັນຜູ້ສຶບທອດໃນອານາຄົດ ເວົ້າລວມ ເວົ້າສະເພາະ ພະນັກງານນຳພາ ໃນພະແນກຍຸຕິທຳແຂວງບໍລິຄຳໄຊ ຕ້ອງສູ້ຊົນບຸກບືນ ແລະ ນຳເອົາເນື້ອໃນຈິດໃຈເອກະສານ ໄປຜັນຂະຫຍາຍໃນຂະແໜງການຂອງຕົນໃຫ້ເກີດຜົນ. ຈາກນັ້ນ ສະຫາຍ ສະພັງທອງ ພົມມະຈັກ ຮອງເລຂາໜ່ວຍພັກໃຫ້ກຽດເຜີຍແຜ່ເອກະສານທີ 2 ກ່ຽວກັບ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປມ ຂບຊ ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຫຼັງຈາກນັ້ນ ສະຫາຍ ບົວພັນ ຈັນທະວິລູນ ໄດ້ເຊືອມຊືມເອກະສານທີ 3 ກ່ຽວກັບຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 912 /ຄຈສພ,ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໝ້ນ.
ຕອນທ້າຍ ທ່ານ ຄຳຕັນ ສີສົມຈິດ ຄະນະຕິດຕາມຊຸກຍູ້ຂອງແຂວງກໍ່ໄດ້ໂອລົມແນະນຳຂັ້ນຕອນການຈັດຕັ້ງປະຕິບັດ ໂດຍໄດ້ເນັ້ນໜັກໃສ່ ການຕີລາຄາໃຫ້ຄະແນນໜ່ວຍພັກ ແລະ ຄະແນນໃຫ້ບຸກຄົນແຕ່ລະຄົນຕ້ອງເປັນເຈົ້າການ ແລະ ມີຄວາມຮັບຜິດຢ່າງແທ້ຈິງ ກອງປະຊຸມຈະດຳເນີນໄປຮອດວັນທີ 11 ມັງກອນ 2019 ຈຶ່ງຈະສຳເລັດ.
ພາບ - ຂ່າວ : ສຸກສາຄອນ ທະວີສຸກ