ພິທີເປີດຊຸດຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ ທີ່ ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ.

ໃນວັນທີ 29 ມີນາ 2019 ຜ່ານມານີ້ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ ຂຶ້ນຢູ່ທີ່ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ ໃຫ້ກງດເປັນປະທານກອງປະຊຸມໂດຍ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ໄຊຈຳພອນ, ມີທ່ານ ຄຳສອນ ສີຫາລາດ ວ່າການ ຫົວຫນ້າຫ້ອງການຍຸຕິທຳເມືອງ ມີບັນດາຫົວຫນ້າຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ ແຕ່ລະບ້ານ, ຄູສອນ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ ມີທັງຫມົດ 40 ທ່ານ, ຍີງ 10 ທ່ານ.

ເນື້ອໃນກອງປະຊຸມໄດ້ຮັບຟັງບົດລາຍງານການກະກຽມການເປີດຊຸດຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍ ການແຕ່ງຕັ້ງແຕ່ລະອານຸກຳມະການຮັບຜິດຊອບຫນ້າວງກ, ກົດລະບຽບການຮຽນ - ການສອນກົດຫມາຍໄລຍະສັ້ນ 45 ວັນ. ໃນຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານປະທານໃນການເຄື່ອນໄຫວຈັດຕັ້ງປະຕິບັດການຝຶກອົບຮົມກົດຫມາຍໄລຍະສັ້ນ 45 ວັນ ໃນຊຸດນີ້ແມ່ນມີຄວາມຫມາຍຄວາມສຳຄັນຫຼາຍໂດຍສະເພາະແມ່ນປະຊາຊົນບັນດາເຜົ່າ ໃນເມືອງ ໄຊຈຳພອນນີ້ ຍັງບໍ່ທັນຜ່ານການຝຶກອົບຮົມກົດຫມາຍແມ່ນກວມ 90% ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ 15 ຕຳແໜ່ງງານຂອງບ້ານມີຄວາມຈຳເປັນຕ້ອງໄດ້ຜ່ານການຝຶກອົບກົດຫມາຍໃຫ້ໄດ້ທັງຫມົດ ນອກນັ້ນຜູ້ທີ່ເຂົ້າມາຮຽນກໍ່ຈົ່ງຕັ້ງໃຈສຶກສາ, ຄົ້ນຄ້ວາເພື່ອນຳໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ.

ຂ່າວ ແລະ ພາບ ສົມໃຈ ຫວ່າງ ຫ້ອງການຍຸຕິທຳເມືອງ ໄຊຈຳພອນ.