ຫ້ອງການຍຸຕິທຳ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ລົງໂຄສະນາກົດໝາຍຢູ່ ບັນດາບ້ານ

ໃນລະຫ່ວາງວັນທີ 22-26 ມີນາ 2019 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ຄຳເກີດ ແຂວງ ບໍລິຄຳໄຊ, ນໍາໂດຍ ທ່ານ ຄຳພູວັນ ໝັ້ນມະນີ ຫົວໜ້າ ໜ່ວຍງານໂຄສະນາອົບຮົມກົດໝາຍ ຫ້ອງການຍຸຕິທໍາ ເມືອງ ຄຳເກີດ ໄດ້ນຳພານັກສຶກສາກົດໝາຍຝຶກງານ ລົງເຄື່ອນໄຫວປະຕິບັດວຽກງານຍຸຕິທຳຮາກຖານໂດຍສະເພາະ ວຽກງານໂຄສະນາເຜີຍແຜ່ກົດໝາຍ ຢູ່ບັນດາບ້ານ, ໂຮງຮຽນ ຊຶ່ງລວມມີ 13 ບ້ານ, 3 ໂຮງຮຽນຢູ່ພາຍໃນເມືອງ ແລະ ມີຈໍານວນຜູ້ເຂົ້າຮັບຟັງທັງໝົດ 1964 ຄົນ, ຍີງ 1362 ຄົນ. 

ທ່ານ ຄຳພູວັນ ໝັ້ນມະນີ ຫົວໜ້າ ໜ່ວຍງານໂຄສະນາ ອົບຮົມກົດໝາຍ ຫ້ອງການຍຸຕິທໍາເມືອງ ຄຳເກີດ ໄດ້ກ່າວວ່າ: ໃນປັດຈຸບັນການກະທຳຜິດແມ່ນເກີດຂຶ້ນຫຼາຍທົ່ວສັງຄົມ ດັ່ງນັ້ນ, ເພື່ອເຮັດໃຫ້ກົດໝາຍ ລົງສູ່ທ້ອງຖິ່ນ ກຸ່ມບ້ານ, ບ້ານ, ຄອບຄົວ ແລະ ບຸກຄົນ ຢ່າງເລິດເຊີ່ງເຖິງຖອງ ເຮັດໃຫ້ປະຊາຊົນ ຮັບຮູ້ເຂົ້າໃຈແຈ້ງຕໍ່ກັບບັນຫາ ຫຼື ເຫດການຕ່າງໆທີ່ເກີດຂຶ້ນ ໂດຍສະເພາະ ບັນຫາ ການຂຸດຄົ້ນໄມ້, ຂາຍໄມ້ເຖື່ອນ, ຢາເສບຕິດ, ການໃຊ້ຄວາມຮຸນແຮງໃນຄອບຄົວ ຊຶ່ງກໍາລັງເປັນບັນຫາທີ່ພົ້ນເດັ່ນໃນສັງຄົມປະຈຸບັນ ດັ່ງນັ້ນ, ຫ້ອງການຍຸຕິທຳ ເມືອງ ຈຶ່ງໄດ້ນໍາພາ ນັກສຶກສາກົດໝາຍຝຶກງານ ນຳເອົາບັນດາກົດໝາຍທີ່ຕິດພັນກັບການດໍາລົງຊີວິດຂອງສັງຄົມກໍຄືປະຊາຊົນເມືອງ ຄໍາເກີດ ລົງໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ ຮັບຮູ້ ແລະ ເຂົ້າໃຈ ເຊັ່ນ ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ກຳມະສິດ, ກົດໝາຍວ່າດ້ວຍ ຈາລະຈອນທາງບົກ, ແລະ ປະມວນກົດມາຍອາຍາ ເພື່ອເຮັດໃຫ້ປະຊາຊົນ ກໍຄືນ້ອງໆ ນັກຮຽນ ໄດ້ຮັບຮູ້ເຖິງຜົນສະທ້ອນຂອງການບໍ່ປະຕິບັດຕາມກົດໝາຍ (ລະເມີດກົດໝາຍ) ທັງເປັນການຫັນເອົາແນວທາງນາໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ວາງອອກໃນແຕ່ລະໄລຍະ ລົງສູ່ຊີວິດຕົວຈິງຂອງສັງຄົມ.

ເວົ້າລວມແລ້ວ ການເຄື່ອນໄຫວປະຕິບັດວຽກງານຍຸຕິທໍາຮາກຖານ ໃນເບື່ອງຕົ້ນ ຫ້ອງການຍຸຕິທໍາ ເມືອງ ຄໍາເກີດ ແມ່ນການປະຕິບັດຕາມແຜນວຽກຂອງໜ່ວຍງານໂຄສະນາກົດໝາຍ. ພ້ອມດຽວກັນນັ້ນ ຫ້ອງການຍຸຕິທໍາເມືອງ ກໍໄດ້ມອບປຶ້ມກົດໝາຍບາງຂົງເຂດຈຳນວນໜຶ່ງ ໃຫ້ຄະນະອໍານວຍການໂຮງຮຽນ ແລະ ອຳນາດການປົກຄອງບ້ານ ເພື່ອເປັນເຄື່ອງມືນຳໃຊ້ເຂົ້າໃນການຈັ້ດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທີ່ພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ຂ່າວ - ພາບ = ຄໍາພູວັນ ໜັ້ນມະນີ ຫ້ອງການຍຸຕິທຳ ເມືອງ ຄຳເກີດ