ພະແນກຍຸຕິທໍາແຂວງ ບໍ່ແກ້ວ ຈັດພິທີແຕ່ງຕັ້ງໜ່ວຍງານທະບຽນສານປະຈໍາເມືອງ ຜາອຸດົມ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ກັນຍາ 2018 ຜ່ານມາ, ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຈັນທອນ ພົນທະລາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຜາອຸດົມ, ເຂົ້າຮ່ວມມີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາຄະນະນຳເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກອງບັນຊາການ ປກຊ-ປກສ, ລັດວິສາຫະກິດ, ໜ່ວຍບໍລິການ ອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 45 ທ່ານ, ເພດຍິງ 10 ທ່ານ.

ໃນພິທີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງບໍ່ແກ້ວ ໄດ້ຜ່ານ ຄໍາສັ່ງຂອງທ່ານເຈົ້າແຂວງ ບໍ່ແກ້ວ ສະບັບເລກທີ 424/ຈຂ.ບກ, ລົງວັນທີ 24 ເມສາ 2018 ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານທະບຽນສານ ແລະ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານທະບຽນສານ ຊຶ່ງວຽກງານທະບຽນສານ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນຂອງຂະແໜງຍຸຕິທຳ ໃນການຢັ້ງຍືນຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຕາມກົດໝາຍຂອງສັນຍາ ເພື່ອແນໃສ່ເພີ່ມທະວີນິຕິທຳ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ການຈັດຕັ້ງ ເພື່ອປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ໂອກາດນີ້, ທ່ານ ໄຊປະເສີດ ໄພສານ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ຜາອຸດົມ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າໜ່ວຍງານ ແລະ ຜູ້ຊ່ວຍວຽກໜ່ວຍງານຫ້ອງການຍຸຕິທຳເມືອງ ຜາອຸດົມ ຄື: ໄດ້ແຕ່ງຕັ້ງສະຫາຍ ພິລາສິດ ອິນສະຫວັນ ວິຊາການຂຶ້ນເປັນຮອງຫົວໜ້າໜ່ວຍງານທະບຽນສານ ແລະ ໄດ້ແຕ່ງຕັ້ງສະຫາຍ ນາງ ແສງແກ້ວ ສອນມະນີ ເປັນຜູ້ຊ່ວຍວຽກງານທະບຽນສານ; ທັງ 2 ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານທະບຽນສານຂອງຫ້ອງການໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

ຂ່າວ ແລະ ພາບ: ອານົນ ໄພສານ