ພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຈັດຝຶກອົບຮົມວຽກງານທະບຽນສານ ໃຫ້ໜ່ວຍງານທະບຽນສານຂັ້ນເມືອງ.

ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2018 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໄດ້ຈັດຝຶກອົບຮົມວຽກງານທະບຽນສານ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຂັນຄໍາ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ຜູ້ຊີ້ນຳວຽກງານທະບຽນສານ, ມີບັນດາຄະນະພະແນກຍຸຕິທໍາແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ມີບັນດາຫົວໜ້າໜ່ວຍງານທະບຽນສານຈາກເມືອງ 3 ເມືອງ ຄື: ເມືອງຕົ້ນເຜິ້ງ, ເມືອງ ຜາອຸດົມ ແລະ ເມືອງ ປາກທາ ພ້ອມດ້ວຍວິຊາການພະແນກຍຸຕິທໍາແຂວງ ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 7 ທ່ານ.

ໃນພິທີຄະນະຮັບຜິດຊອບກໍໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າພະແນກຍຸຕິທໍາແຂວງ ສະບັບເລກທີ 349/ພຍ.ບກ, ລົງວັນທີ 12 ຕຸລາ 2018 ວ່າດ້ວຍ ການອະນຸມັດເປີດຊຸດຝືກອົບຮົມວຽກງານທະບຽນສານ ແລະ ຂໍ້ຕົກລົງ ສະບັບເລກທີ 351/ພຍ.ບກ, ລົງວັນທີ 12 ຕຸລາ 2018 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊຸດຝືກອົບຮົມວຽກງານທະບຽນສານ ໂດຍ ທ່ານ ນາງ ຂັນຄໍາ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ        ຜູ້ຊີ້ນຳວຽກງານທະບຽນສານ ປະທານກອງປະຊຸມ ກໍໄດ້ໃຫ້ກຽດມີຄຳເຫັນ ແລະ ຄໍາໂອ້ລົມ ພ້ອມທັງກ່າວເປີດພິທີຝຶກອົບຮົມວຽກງານທະບຽນສານຢ່າງເປັນທາງການ.
ໃນຊຸດຝຶກອົບຮົມຄັ້ງນີ້ ຜູ້ເຂົ້່າຮ່ວມຈະໄດ້ຝຶກຕົວຈິງ ກ່ຽວກັບວິທີການຮັບເອກະສານເຂົ້າມາກວດກາ ແລະ ຄົ້ນຄວ້າ, ເຕັກນິກການກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ຫຼື ປະເພດສັນຍາຕ່າງໆ, ວິທີຈໍ້າຕາ, ວິທີຂຽນບິນຄ່າທໍານຽມ ແລະ ຄ່າບໍລິການ, ວິທີເກັບມ້ຽນເອກະສານສໍາເນົາ, ວິທີເຮັດບົດສະຫຼຸບ ແລະ ວິທີເຮັດໃບມອບເງິນຄ່າທໍານຽມ ແລະ ຄ່າບໍລິການ.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 10/ນຍ, ລົງວັນທີ 1 ເມສາ 2016, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ບໍ່ແກ້ວ ສະບັບເລກທີ 424/ຈຂ.ບກ, ລົງວັນທີ 24 ເມສາ 2018 ແລະ ແຈ້ງການ ຂອງຫ້ອງວ່າການແຂວງບໍ່ແກ້ວ ສະບັບເລກທີ 660/ຫວຂ.ບກ, ລົງວັນທີ 04 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານທະບຽນສານ, ກົດໝາຍວ່າດ້ວຍ ທະບຽນສານ ແລະ ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 03/ປປທ, ລົງວັນທີ 19 ພະຈິກ 2008 ວ່າດ້ວຍ ການເກັບຄ່າທໍານຽມ ແລະ ຄ່າບໍລິການ, ໝວດທີ 15 ມາດຕາ 47 ແລະ ມາດຕາ 77 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ພິທີຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ 2 ວັນ ແລະ ໄດ້ອັດລົງໃນວັນທີ 16 ຕຸລາ 2018.

ຂ່າວ-ພາບ : ອານົນ ໄພະສານ