ພິທີປິດ ຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.

ຕອນເຊົ້າຂອງວັນທີ 21 ພຶດສະພາ 2018 ຜ່ານມາ, ຢູ່ທີ່ຫໍປະຊຸມກຸ່ມບ້ານຫາດໝວກ, ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີປິດ ຊຸດຝຶກອົບຮົມກົດໝາຍຊັ້ນຕົ້ນ 3 ເດືອນໃຫ້ແກ່ຄະນະພັກຮາກຖານກຸ່ມຫາດໝວກ ຊຸດທີ VIII ຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ໄຊປະເສີດ ໄພສານ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ເປັນກຽດເຂົ້າຮ່ວມໂດຍທ່ານ ທອງວັນ ຮັກພາສິດ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງ, ມີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ອຳນາດການປົກຄອງບ້ານ, ສຳມະນາກອນເຂົ້າຮ່ວມຈຳນວນ 100 ຄົນ.

ໃນພິທີ ທ່ານ ໄຊປະເສີດ ໄພສານ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຫຼັກສູດໂຄງການ, ການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ດຳເນີນມາແຕ່ວັນທີ 27 ກຸມພາ 2018 ແລະ ໄດ້ສຳເລັດຕາມແຜນການທີ່ວາງໄວ້. ໃນນີ້ ເປົ້າໝາຍຜູ້ເຂົ້າຮຽນ ແມ່ນໄດ້ຄະນະພັກຮາກຖານ, ພະນັກງານປະຈຳກຸ່ມບ້ານ, ເລຂາ-ຮອງເລຂາໜ່ວຍພັກຮາກຖານ, ອົງການຈັດຕັ້ງຂອງບ້ານທີ່ນອນຢູ່ໃນ 5 ໜ່ວຍງານຫຼັກຂອງບ້ານ ເຂົ້າຝຶກອົບຮົມທັງໝົດ 42 ຄົນ, ຍິງ 5 ຄົນ. ການຮຽນ-ການສອນ ແມ່ນປະຕິບັດຕາມຫຼັກສູດກົດໝາຍຊັ້ນຕົ້ນ ຊຶ່ງຄະນະຮັບຜິດຊອບ ແລະ ສຳມະນາກອນ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄ້ວາ, ຍົກເອົາບັນຫາຕ່າງໆມາແລກປ່ຽນສົນທະນານຳກັນ ໂດຍສົມທຽບ ລະຫ່ວາງ ດ້ານທິດສະດີ ແລະ ການຈັດຕັ້ງປະຕິບັດຕົວຈິງ. ເນື້ອໃນເອກະສານ ປະກອບມີ 4 ພາກ, ມີ 37 ວິຊາຮຽນ 30 ໜ່ວຍກິດ, 450 ຊົ່ວໂມງ ຄື: ພາກວິຊາຄວາມຮູ້ທົ່ວໄປ ມີ 6 ວິຊາ, ພາກຄວາມຮູ້ກ່ຽວກັບກົດໝາຍ ມີ 29 ວິຊາ, ພາກຄວາມຮູ້ກ່ຽວກັບວຽກງານຍຸຕິທຳຮາກຖານ ມີ 1 ວິຊາ ແລະ ພາກຄວາມຮູ້ກ່ຽວກັບ ການແຕ່ງເອກະສານ ມີ 1 ວິຊາ.

ໂອກາດດຽວກັນນີ້ ທ່ານ ທອງວັນ ຮັກພາສິດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ມີຄຳເຫັນຊີ້ນຳໃນໂອກາດເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃນຄັ້ງນີ້ວ່າ: ເນື້ອແທ້ກໍແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ ວ່າດ້ວຍການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ ໃນການຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍ 4 ບຸກທະລຸ ຕິດພັນກັບວຽກງານ 3 ສ້າງ ຕາມພາລະບົດບາດຂອງຂະແໜງຍຸຕິທຳ, ເປັນຂີດໝາຍໃຫ້ແກ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໂດຍແມ່ນປະຊາຊົນ ແລະ ເພື່ອປະຊາຊົນ ຫັນການບໍລິຫານການປົກຄອງໄປສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ. ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກ ແລະ  ຮຽກຮ້ອງໃຫ້ນັກສຳມະນາກອນທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ຄົ້ນຄ້ວາ, ຜັນຂະຫຍາຍຜົນຂອງການຮຽນໃນຄັ້ງນີ້ ເພື່ອນຳໄປໜູນໃຊ້ຢູ່ທ້ອງຖີ່ນຂອງຕົນ. ໂດຍສະເພາະ ແມ່ນໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ໄປຄຽງຄູ່ກັບການສຶກສາອົບຮົມການເມືອງແນວຄິດ, ຮີດຄອງປະເພນີ, ກົດໝາຍ, ລະບຽບການ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງຕ່າງໆຢູ່ຂັ້ນຮາກຖານບ້ານຂອງຕົນ ໃຫ້ຕົກແຕກລົງລອຍກັນ ໂດຍສັນຕິວິທີ, ຮັກສາໄດ້ຄວາມຮັກແພງສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ. ໂອກາດດຽວກັນນີ້ ທ່ານ ຍັງໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ສຳມະນາກອນທີ່ຈົບກົດໝາຍຊັ້ນຕົ້ນຊຸດນີ້ ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດໃນການຝຶກອົບຮົມຕາມໂຄງການຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ VIII ຂອງເມືອງ.

ຂຽນຂ່າວ-ຖ່າຍະພາບ: ອານົນ ໄພຍະສານ