ເຊີນລາ, ບໍ່ແກ້ວ ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຮ່ວມກັນ

ໃນຕອນເຊົ້າຂອງວັນທີ 26 ມີນາ 2019 ນີ້, ທ່ານ ກວາງ ຫົງ ເຟືອງ ຫົວໜ້າພະແນກຍຸຕິທໍາ ແຂວງເຊີນລາ ແຫ່ງ ສສ ຫຽວດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານຍຸຕິທໍາ ຢູ່ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ເປັນກຽດກ່າວຮັບຕ້ອນໂດຍທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງບໍ່ແກ້ວ ພ້ອມດ້ວຍຄະນະ.

ໃນພິທີ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງບໍ່ແກ້ວ ກໍໄດ້ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວໜ້າທີ່ວຽກງານໃນໄລຍະ 1 ປີ ຜ່ານມາ ໃຫ້ຄະນະຜູ້ແທນພະແນກຍຸຕິທໍາ ແຂວງ ເຊີນລາ ທີ່ມາຢ້ຽມຢາມໃນຄັ້ງນີ້ໄດ້ຮັບຊາບໂດຍຫຍໍ້. ພະແນກຍຸຕິທໍາແຂວງບໍ່ແກ້ວ ປະກອບມີ 8 ຂະແໜງ, 5 ຫ້ອງການຍຸຕິທໍາເມືອງ, ມີພະນັກງານ-ລັດຖະກອນທັງໝົດ 71 ຄົນ, ຍິງ 23 ຄົນ, ພະນັກງານຢູ່ພະແນກຍຸຕິທໍາ 26 ຄົນ, ຍິງ 12 ຄົນ, ຢູ່ຂັ້ນເມືອງ 45 ຄົນ, ຍິງ 10 ຄົນ. ດ້ານການເຄື່ອນໄຫວວິຊາສະເພາະ ເປິດການຮຽນ-ການສອນກົດ ໝາຍຊັ້ນຕົ້ນລະບົບ 3 ເດືອນ ໄດ້ 4 ເມືອງ ມີຜູ້ເຂົ້າຮຽນ 194 ຄົນ, ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ການນໍາຫຼັກແຫຼ່ງຢູ່ເມືອງຜາອຸດົມໄດ້ 1 ຄັ້ງ ມີຜູ້ເຂົ້າຮ່ວມ 45 ຄົນ, ສ້າງບ້ານ ແລະ ປະກາດຮັບຮອງເອົາບ້ານແບບຢ່າງປະຕິບັດກົດໝາຍໄດ້ 195 ບ້ານ, ປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໄດ້ 80 ໜ່ວຍ, ຮັບຂໍ້ຂັດແຍ່ງ 37 ເລື່ອງ, ສາມາດແກ້ໄຂສໍາເລັດແລ້ວ 17 ເລື່ອງ, ຍັງຄ້າງ 20 ເລື່ອງ, ເຊັນຢັ້ງຢືນຄໍາຮ້ອງຂໍແຕ່ງດອງລະຫວ່າງ ຄົນລາວກັບຕ່າງປະເທດໄດ້ 9 ສະບັບ, ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ປະຕິບັດໄດ້ 17 ເລື່ອງ.

ການມາຢ້ຽມຢາມຂອງ ພະແນກຍຸຕິທໍາແຂວງເຊີນລາໃນຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ວຽກໂຄສະນາເຜີຍແຜ່ກົດໝາຍ, ວຽກງານທະບຽນສານ ແລະ ວຽກງານການສ້າງຊັບພະຍາກອນມະນຸດກໍຄືວຽກງານສ້າງບຸກຄະລາກອນກົດໝາຍ ໃຫ້ແກ່ຮາກຖານ. ເພື່ອຮັບປະກັນໃຫ້ຂະ ແໜງຍຸຕິທໍາຕາມຫຼັກການລວມສູນປະຊາທີປະໄຕ, ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບການຍົກລະດັບດ້ານວິຊາສະເພາະ ທາງດ້ານພາສາຫວຽດນາມ ໃນໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ພະນັກງານ, ຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດ ແລະ ກອງປະຊຸມແລກ ປ່ຽນບົດຮຽນກ່ຽວກັບວຽກງານຍຸຕິທໍາຂອງສອງແຂວງ ( ພະແນກຍຸຕິທໍາແຂວງບໍ່ແກ້ວ ແຫ່ງ ສປປ ລາວ ກັບ ພະແນກຍຸຕິທໍາແຂວງເຊີນລາ ແຫ່ງ ສສ ຫວຽດນາມ ) ໃນຄັັງນີ້ ທັງສອງຝ່າຍໄດ້ເຊັນບົດບັນທຶກວ່າດ້ວຍ ການຮ່ວມມືກັນໃນການສືບຕໍ່ແລກປ່ຽນບົດຮຽນ ດ້ານວຽກງານຍຸຕິທໍາໃນຕໍ່ໜ້າ ແລະ ຍາວນານ.

ພາບ-ຂ່າວ: ອານົນ ໄພຍະສານ