ແຂວງບໍ່ແກ້ວປິດຊຸດຝຶກອົບຮົມກົດໝາຍ 45

ໃນວັນທີ 23 ສິງຫາ 2019 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໄດ້ມີພິທີປິດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ 1 ປະຈຳປີ 2019 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສົມລິດ ສີພາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ, ມີບັນດາການນໍາຂັ້ນແຂວງ, ເມືອງ,ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ, ໂຮງຮຽນ - ໂຮງໝໍຕະຫຼອດຮອດນັກຝຶກອົບຮົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ 45 ວັນ ໃນຄັ້ງນີ້ເປັນຊຸດທີ VIII ຂອງແຂວງບໍ່ແກ້ວ, ມີນັກຝຶກອົບຮົມ ທັງໝົດ 50 ທ່ານ, ຍິງ 12 ທ່ານ. ໃນນີ້, ມາຈາກຫ້ອງການອ້ອມຂ້າງເມືອງ, ຈາກກໍາລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຂົງເຂດລັດວິສາຫະກິດ, ໂຮງຮຽນ - ໂຮງໝໍ. ຊຶ່ງເລີ່ມແຕ່ ຕົ້ນເດືອນ ມິຖຸນາ ຈົນເຖິງ ວັນທີ 22 ສິງຫາ 2019 ຈຶ່ງສຳເລັດ. ມີວິຊາຮຽນທັງໝັດ 32 ວິຊາ, ມີ 22,5 ໜ່ວຍກິດ, ມີ 360 ຊົ່ວໂມງ ແລະ ໃຊ້ເວລາຮຽນທັງໝົດ 45 ວັນ. ຜ່ານການຮຽນການສອນຜົນປາກົດວ່ານັກຝຶກອົບຮົມນທຸກຄົນແມ່ນມີຄວາມຕັ້ງໃຈ, ເອົາໃຈໃສ່ ປະຕິບັດກົດລະບຽບການຮຽນ-ການສອນໄດ້ເປັນຢ່າງດີ ຊຶ່ງສະແດງອອກເວລາຮຽນ, ເວລາສອນ ແລະ ກວດກາແຕ່ລະວິຊາ ສາມາດຕີລາຄາຄິດໄລ່ເປັນເປີເຊັນໄດ້ຄື: ລະດັບຄວາມຮັບຮູ້ດີເລີດ ມີ 40 ຄົນ, ຍິງ 12 ຄົນ = 80% ແລະ ລະດັບຄວາມຮັບຮູ້ດີ ມີ 10 ຄົນ, ຍິງ 0 = 20% .

ໃນພິທີ ທ່ານ ສົມລິດ ສີພາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກຝຶກອົບຮົມ 50 ຄົນ ແລະ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ທີ່ສຳເລັດຝຶກອົບຮົມ ກ່ອນອື່ນໝົດທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄູ-ອາຈານ ແລະ ນັກຝຶກອົບຮົມທີ່ໄດ້ເອົາໃຈໃສ່ສິດສອນ ແລະ ຄົ້ນຄວ້າຮໍ່າຮຽນຈົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມເພີ່ມທະວີຄວາມເອົາໃຈຕໍ່ວິຊາທີ່ໄດ້ຮຽນມາ ແລະ ເຫັນວ່າວິຊາໃດມັນບໍ່ສອດຄ່ອງກັບຫຼັກການໃນການປະຕິບັດຕາມຕົວຈິງ ກໍສາມາດນຳສະເໜີໃຫ້ພະແນກຍຸຕິທຳແຂວງ ເພື່ອນຳໄປຄົ້ນຄວ້າ ແລະ ພິຈາລະນາປັບປຸງຕໍາລາການຮຽນ-ການສອນ, ນຳເອົາບົດຮຽນທີໄດ້ຮຽນມາ ແລະ ຖອດຖອນໄດ້ນັ້ນໄປນໍາໃຊ້ເຂົ້າໃນວິຊາສະເພາະທີ່ຕົນເອງຮັບຜິດຊອບ. ຢຶດໝັ້ນໃນຫຼັກການທີ່ວ່າ ພັກນຳພາກຳອຳນາດຕາມກົດໝາຍ ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ຈຶ່ງຈຳເປັນຕ້ອງຍົກລະດັບບຳລຸງກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະນັກງານຄຸ້ມຄອງຂັ້ນແຂວງ, ເມືອງ ໃຫ້ມີຄວາມເຂັ້ມແຂງ ມີຄວາມຮູ້, ຄວາມສາມາດ ກຳໄດ້ຫຼັກໜູນທິດສະດີ ຫຼັກການຂອງກົດໝາຍ ເພື່ອໄປມູນໃຊ້ເຂົ້າໃນວຽກງານໃຫ້ປາກົດຜົນເປັນຈິງ. 

ຂ່າວ - ພາບ: ອານົນ ໄພຍະສານ