ກອງປະຊຸມວຽກງານຍຸຕິທຳທົ່ວແຂວງຜົ້ງສາລີປະຈໍາປີ 2017 ແລະ ວາງທິດທາງແຜນການປະຈໍາປີ 2018

ເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຂະແໜງຍຸຕິທໍາໃນທົ່ວແຂວງປະຈໍາປີ 2017  ແລະ ວາງທິດທາງແຜນການປະຈໍາປີ 2018. ໃນຕອນເຊົ້າຂອງວັນທີ 14 ມີນາ 2018 ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຜົ້ງສາລີ. ພະແນກຍຸຕິທໍາແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການປະຈໍາປີ 2018 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທຳແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຂົງເຂດປົກປ້ອງກົດໝາຍຂັ້ນແຂວງ, ມີບັນດາທ່ານຮອງເລຂາພັກເມືອງຜູ້ຊີ້ນໍາວຽກງານຍຸຕິທໍາ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນຫ້ອງການຍຸຕິທໍາເມືອງ ຜົ້ງສາລີເຂົ້າຮ່ວມທັງໝົດ 60ທ່ານ, ຍິງ 19ທ່ານ.

ໃນກອງປະຊຸມ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ກ່າວເປີດກອງປະຊຸມພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳທົ່ວແຂວງປະຈຳປີ 2017 ແລະ ວາງທິດທາງແຜນການຈຸດສຸມປະຈໍາປີ  2018 ໂດຍສະເພາະ ແມ່ນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານການຈັດຕັ້ງ-ພະນັກງານ ແລະ ກວດກາ, ການສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການສ້າງບຸກຄະລາກອນກົດໝາຍ, ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ພ້ອມນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຕໍ່ບົດສະຫຼຸບດັ່ງກ່າວ ດ້ວຍບັນຍາກາດຟົດຟຶ້ນແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຂອງພະແນກຍຸຕິທຳແຂວງ ໄດ້ເຄື່ອນໄຫວຕາມທິດທາງແຜນການທີ່ກຳນົດໄວ້ຢ່າງມີປະສິດທິພາບ, ປະສິດທິຜົນສູງ ແລະ ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມບາງເນື້ອໃນເອກະສານຈໍານວນໜຶ່ງຂອງກອງປະຊຸມວຽກງານຍຸຕິທໍາທົ່ວປະເທດ, ບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາຄັ້ງທີ V ຄື: ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄປໄຫວວຽກງານຍຸຕິທໍາຂອງບັນດາທ່ານຫົວໜ້າຫ້ອງການຍຸຕິທໍາເມືອງ, ຮັບຟັງການລາຍງານກ່ຽວກັບການນໍາສົ່ງຄະດີຕາມຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ຂະແໜງຈັດຕັ້ງປະຕິບັດຄໍາຕັດສີນຂອງສານເພື່ອຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ຈາກຜູ້ຕາງໜ້າສານປະຊາຊົນແຂວງ, ຂັ້ນຕອນການຄົ້ນຄວ້າການອະໄພຍະໂທດ, ການຫຼຸດຜ່ອນໂທດ ແລະ ການປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດ ແລະ ຂັ້ນຕອນການຫຼຸດເປີເຊັນເງິນຄ່າປັບໃຫ້ນັກໂທດ ຈາກຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ຮັບຟັງກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປົກປັກຮັກສາຂອງກາງຕາມຄໍາຕັດສີນຂອງສານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂກ່ຽວກັບການປະສານສົມທົບການສົມທຽບບັນຊີຂອງກາງຄະດີກັບຂະແໜງຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຈາກຜູ້ຕາງໜ້າກອງບັນຊາການ ປກສ ແຂວງ, ຮັບຟັງດ້ານດີ, ດ້ານອ່ອນກ່ຽວກັບການຕິດຕາມ, ການກວດກາການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາຈາກຜູ້ຕາງໜ້າກໍາມະທິການຍຸຕິທໍາ ສະພາປະຊາຊົນແຂວງ ແລະ ຍັງໄດ້ຮັບຟັງການລາຍງານກ່ຽວກັບການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ການສ້າງກົນໄກການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງກັບວຽກງານທະບຽນສານໃຫ້ມີປະສິດທິຜົນ ຈາກຫົວໜ້າຂະແໜງຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຂະແໜງທະບຽນສານ ແລະ ການປະກອບຄໍາເຫັນຂອງພະແນກການຈໍານວນໜຶ່ງ.

ຈາກນັ້ນ, ໃນຕອນທ້າຍຂອງກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງການໂອ້ລົມຈາກທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຶ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນໍາຂອງຂະແໜງຍຸຕິທໍາ ຕະຫຼອດເຖິງບັນດາສະຫາຍສະມາຊິກພັກ, ພະນັກງານທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນກົດໝາຍ ແລະ ລະບຽບການ ທີ່ກໍານົດໄວ້ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົາໃນການຍົກສູງສະຕິ ແລະ ເຄົາລົບປະຕິບັດກົດໝາຍໃຫ້ທົ່ວສັງຄົມ, ຄຽງຄູ່ກັບຜົນງານດັ່ງກ່າວນັ້ນ ທ່ານ ໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເປັນເສນາທິການໃຫ້ແກ່ອົງການປົກຄອງແຕ່ລະຂັ້ນກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດບົນພື້ນຖານສະພາບຄວາມເປັນຈິງ ເພື່ອຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ເພີ່ມທະວີຄວາມຍຸຕິທໍາໃນສັງຄົມ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍໃຫ້ຖັນແຖວພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ, ເລີກເຊິ່ງ ແລະ ທົ່ວເຖິງດ້ວຍຫຼາຍຮູບການ, ຫຼາຍວິທີການ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ການບໍລິການດ້ານກົດໝາຍໃຫ້ແກ່ປະຊາຊົນບັນດາເຜົ່າຕື່ມອີກ.

ກອງປະຊຸມໄດ້ດໍາເນີນເປັນເວລາ ສອງວັນ ດ້ວຍຜົນສໍາເລັດຢ່າງຈົບງາມ.

 

ຂຽນຂ່າວ-ຖ່າຍພາບໂດຍ: ຄໍາສຸກ ພົມວັນລາວລີ

ພະແນກຍຸຕິທຳແຂວງ ຜົ້ງສາລີ