ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງ ຜົ້ງສາລີ

ໃນຕອນບ່າຍຂອງວັນທີ 25 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຜົ້ງສາລີໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງຂຶ້ນ ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ, ໃນນັ້ນມີບັນດາພະນັກງານໂຄສະນາເຜີຍແຜ່ກົດໝາຍປະຈໍາສໍານັກງານ, ອົງການອ້ອມຂ້າງແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 42 ຄົນ, ຍິງ 12 ຄົນ. ໃນກອງປະຊຸມ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ສໍານັກງານ, ອົງການອ້ອມຂ້າງແຂວງໃນໄລຍະທີ່ຜ່ານມາ ສາມາດເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໄດ້ ທັງໝົດ 37 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 404 ຄົນ, ຍິງ 96 ຄົນ, ໂຄສະນາເຜີຍແຜ່ກົດໝາຍ ທາງວິທະຍຸ-ໂທລະໂຄ່ງຂອງແຂວງໄດ້ 37 ຄັ້ງ ແລະ ອອກບົດຄວາມ ຄວາມຮູ້ທາງດ້ານກົດໝາຍໄດ້ 9 ບົດ, ສອນເປັນຊົ່ວໂມງໄດ້ 3 ຊົ່ວໂມງ, ແຈກຢາຍວາລະສານກົດໝາຍ ແລະ ຍຸຕິທໍາ ຈໍານວນ 41 ຫົວ, ແຈກຢາຍໜັງສືພິມກົດໝາຍ 123 ສະບັບ. ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການແນະນໍາກ່ຽວກັບເຕັກນິກ ແລະ ວິທີການໂຄສະນາເຜີຍແຜ່ກົດໝາຍທາງປາກເປົ່າ ຈາກທ່ານ ພວງສັກ ແສງແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ນາງ ພອນສະຫວັນ ສັກຕິຄູນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບພະນັກງານໂຄສະນາເຜີຍແຜ່ກົດໝາຍ ປະຈໍາສໍານັກງານ, ອົງການອ້ອມຂ້າງແຂວງ ທີ່ເຫັນໄດ້ເຖິງຄວາມໝາຍ, ຄວາມສໍາຄັນຂອງວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ມີຄວາມເອົາໃຈໃສ່ໃນການໂຄສະນາເຜີຍແຜ່ບັນດາກົດໝາຍທີ່ກ່ຽວຂ້ອງກັບຂະແໜງການຕົນດ້ວຍຄວາມຮັບຜິດຊອບສູງ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະແນກການອ້ອມຂ້າງ ຈົ່ງສືບຕໍ່ນໍາເອົາບັນດາກົດໝາຍທີ່ກ່ຽວຂ້ອງກັບຂະແໜງການຂອງຕົນໄປຜັນຂະຫຍາຍໂຄສະນາເຜີຍແຜ່ໃຫ້ຖັນແຖວພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເພື່ອໃຫ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

ຂ່າວ: ຄໍາສຸກ ພົມວັນລາວລີ. ປັບປຸງຂ່າວ ອ່ອນຄໍາ