ປິດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VII

    ທີ່ແຂວງວຽງຈັນ ໄດ້ຈັດພິທີປີດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2017 ຂຶ້ນໃນວັນທີ 31 ພຶດສະພາ 2017ຢູ່ທີ່ສະໂມສອນເຮືອນພັກແຫຼວຄຳ ໂດຍການເປັນກຽດເຂົ້າຮ່ວມ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕິກະຊວງຍຸຕິທຳ; ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ວຽງຈັນ; ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າ ພະແນກຍຸຕິທຳແຂວງວຽງຈັນ, ມີຄະນະພະແນກຍຸຕິທຳແຂວງ, ແຂກທີ່ຖືກເຊີນ, ຄະນະຮັບຜິດຊອບ, ຄູອາຈານ ພ້ອມດ້ວຍນັກສໍາມະນາກອນພາຍໃນແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

    ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2017ຊຶ່ງທ່ານໄດ້ຍົກໃຫ້ເຫັນ ສະພາບ ການສອນ-ການຮຽນຂອງຄູ, ອາຈານ ແລະ ນັກຝຶກອົບຮົມ ລະຍະ 45 ວັນຜ່ານມາ, ພ້ອມທັງສັງເກດຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຝຶກອົບຮົມກົດໝາຍ ເພື່ອຍົກ ລະດັບຄວາມຮູ້, ຄວາມສາມາດທາງດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງຢູ່ບັນດາພະແນກການ, ກົມກອງ, ຫ້ອງການກ່ຽວຂ້ອງທົ່ວແຂວງວຽງຈັນ ຈຳນວນ 51 ທ່ານ, ຍິງ 9 ທ່ານ ຊຶ່ງຫຼັກສູດການສອນ-ການຮຽນ ທັງໝົດ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ. ຜ່ານການຮຽນ-ການສອນ ສາມາດປະເມີນໄດ້ ດັ່ງນີ້: ຄວາມຫ້າວຫັນຂອງຄູອາຈານດີຫຼາຍກວມເອົາ 70,36%, ລະດັບດີ ກວມ 29,12%, ປານກາງ 0,51%, ສຳນຽງສຽງເວົ້າຂອງຄູ ດີຫຼາຍ 66,43%, ດີ 32,45%, ປານກາງ 1,10% , ການປະຕິບັດໂມງເວລາຂອງຄູອາຈານ ດີຫຼາຍ 75,32%, ດີ 24,67%, ການຍົກຕົວຢ່າງປະກອບການສອນຂອງຄູດີຫຼາຍ 58,21%, ດີ 38,95%, ປານກາງ 2,83%, ການມີສ່ວນຮ່ວມຂອງຄູ ແລະ ນັກຮຽນ ດີຫຼາຍ 58,19, ດີ 40,32%, ປານກາງ 1,47%, ການນຳໃຊ້ອຸປະກອນສິດສອນຂອງຄູ ດີຫຼາຍ 51,49%, ດີ 44,66 %, ປານກາງ 3,84%, ການມີມະນຸດສຳພັນຂອງຄູ-ອາຈານ ດີຫຼາຍ 66,69%, ດີ 32,69%, ປານກາງ 0,60%, ການໃຊ້ວິທີສິດສອນຫຼາຍຮູບແບບດີຫຼາຍ 56,63%, ດີ 40,58%, ປານກາງ 0,14%.

    ໃນພິທີປິດຊຸດຝຶກອົບຮົມ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕິກະຊວງຍຸຕິທຳ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຈຳນວນ 51 ທ່ານ, ຍິງ 9 ທ່ານ ທີ່ສຳເລັດການຝຶກອົບ ຮົມກົດໝາຍ ພ້ອມທັງກ່າວຄຳໂອ້ລົມວ່າ:  ກ່ອນອື່ນຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ, ຄົ້ນຄວ້າປຶກສາຫາລື, ແຕ່ງບົດສອນ, ອະທິບາຍແກ້ຂໍ້ຂໍ້ຂ້ອງ ໃຈ ທັງຖ່າຍຖອດຄວາມຮູ້ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ສຳລັບນັກສຳມະນາກອນ ກໍໄດ້ເອົາໃຈໃສ່ຄວ້າຮໍ່າຮຽນເພື່ອຍາດແຍ່ງເອົາຄວາມຮູ້, ຄວາມສາມາດດ້ານກົດໝາຍ, ມີຄວາມເຂົ້າໃຈຕໍ່ກັບກົດ ໝາຍຢ່າງເລິກເຊິ່ງ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ມີຄຸນະພາບດີ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ພາຍຫຼັງກັບຄືນສູ່ພະແນກການ, ກົມກອງ, ຫ້ອງການຂອງຕົນແລ້ວ ຕ້ອງນຳເອົາບົດຮຽນທີ່ໄດ້ຮຽນຜ່ານ ມາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນກົມກອງ, ທ້ອງຖີ່ນຂອງຕົນ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງຂື້ນກວ່າເກົ່າ .

 ຂຽນຂ່າວ ແລະ ຖ່າຍພາຍ ໂດຍ: ຜູ້​ປະສານ​ງານ ແຂວງວຽງຈັນ