ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີ 4 ຂອງໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງວຽງຈັນ

       ໃນ​ຕອນ​ເຊົ້າ​ຂອງ ​ວັນ​ທີ 23 ​ພຶດສະພາ ​ປີ 2018​ ທີ່​ຜ່ານ​ມາ​ນີ້​ຄະນະໜ່ວຍຮາກ​ຖານ​ຊາວໜຸ່ມພະ​ແນ​ກຍຸຕິ​ທຳ ​ແຂວງ ​ວຽງຈັນ​ໄດ້​ຈັດ​ກອງ​ປະຊຸມ​ໃຫ່ຍຊາວໜຸ່ມໜ່ວຍຮາກ​ຖານ​ພະ​ແນ​ກຍຸ​ຕິ​ທຳ​ແຂວງ​ ວຽງຈັນໃນ​ຄັ້ງ​ທີ IV ​ເຊິ່ງ​ໃນ​ກອງ​ປະຊຸມ​ແມ່ນໄດ້ເລີ່ມຕັ້ງແຕ່ເວລາ 8:30-11:30 ນາທີ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ວຽງຈັນ ໂດຍເປັນ​ປະທານ​​ຂອງສະຫາຍ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຊາວໜຸ່ມ ພະແນກຍຸຕິທໍາ ແຂວງວຽງຈັນ ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີ ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ວຽງຈັນ ແລະ ສະຫາຍ ຄຳພັນ ຊະນະໄພ ຄະນະພັກ, ຮອງຫົວໜ້າ ພະແນກຍຸຕິທຳແຂວງ ວຽງຈັນ ພ້ອມນີ້ຍັງ ມີບັນດາແຂກທີ່ຖືກເຊີນຈາກຊາວໜຸ່ມແຂວງ ແລະ ພະແນກການອ້ອມຂ້າງ ແຂວງ ວຽງຈັນ ໂດຍອົງການໄອຍະການແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ສະມາຊິກຊາວໜຸ່ມຈາກພະແນກຍຸຕິທຳແຂວງ ວຽງຈັນ ເຂົ້າຮ່ວມທັງໝົດ ມີ 32 ສະຫາຍ, ຍິງ 11 ສະຫາຍ

ກອງປະຊຸມຍັງໄດ້ຮັບຟັງການລາຍງານການເມືອງຈາກສະຫາຍນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳ ເຊິ່ງການລາຍງານຄັ້ງນີ້ ແມ່ນໄດ້ຍົກເປັນສອງ ພາກກໍ່ຄືທິດທາງລວມ ແລະ ຄາດໝາຍສູ້ຊົນ ບໍ່ພຽງແຕ່ເທົ່ານັ້ນຍັງໄດ້ຍົກໃຫ້ເຫັນຜົນງານໃນໄລ່ຍະ 5 ປີ ຜ່ານມາພ້ອມທັງໄດ້ຕີລາຄາ ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກຳນົດທິດທາງ ແຜນການເຄື່ອນໄຫວໃນຊຸມປີຕໍ່ໜ້າເຊິ່ງທິດທາງລວມແມ່ນໄດ້ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໃຫ້ມີຫຼາຍຮູບ ຫຼາຍເນື້ອໃນ ແລະ ສອດຄ່ອງກັບແຕ່ ລະໄລຍະພ້ອມທັງປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ມີຄວາມສອດຄ່ອງຂຶ້ນກວ່າເກົ່າ, ປັບປຸງຄືນກົງຈັກການຈັດຕັ້ງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ ໃນທຸກດ້ານບຸກລະດົມຊຸກຍູ້ສະມາຊິກໃຫ້ ຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆເພື່ອໃຫ້ສົມກັບໜ້າທີ່ການເມືອງທີ່ພັກລັດມອບ ໝາຍໃຫ້ໃນນັ້ນຄາດໝາຍສູ້ຊົນແມ່ນໄດ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມ ແລະ ຈັດຕັ້ງເຊື່ອມຊຶມບັນດາແນວທາງນະໂຍບາຍ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ໃຫ້ສະມາຊິກໄດ້ຮັບຮູ້ ແລະ ເລິກເຊິ່ງກວ່າເກົ່າເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງຫັນເອົາ ບັນດາມະຕິກອງປະຊຸມໃຫ່ຍຂອງໜ່ວຍພັກ, ຂອງຄະນະຊາວໜຸ່ມຂັ້ນເທິງຖັດຕົນ ມາເປັນແຜນການເຄື່ອນໄຫວໃນແຕ່ລະໄລຍະໃຫ້ເປັນປົກກະຕິເພື່ອເຮັດໃຫ້ກົງຈັກການຈັດຕັ້ງຊາວໜຸ່ມມີ ຄວາມເຂັ້ມແຂງໃນທຸກດ້ານບໍ່ພຽງແຕ່ເທົ່ານັ້ນຍັງໄດ້ຊຸກຍູ້ສົ່ງເສີມໃຫ້ສະມາຊິກໄດ້ຍົກລະດັບຄວາມຮູ້ ຄວາມສາມາດດ້ານວິຊາການ, ວິຊາສະເພາະດ້ານທິດສະດີທາງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 5 ສະຫາຍ, ບຳລຸງສ້າງມະຫາຊົນຜູ້ກ່າວໜ້າເຂົ້າເປັນສະມາຊິກພັກໃຫ້ໄດ້ 3 ສະຫາຍ ແລະ ຍັງໄດ້ປຸກລະດົມສະມາຊິກຊາວໜຸ່ມເຂົ້າຮ່ວມຂະບວນການລວມຕ່າງໆຂອງຊາດຍູ້ແຮງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຕິດກັບປະຕິບັດວຽກງານວິຊາສະເພາະຜ່ານຂະບວນການ ດັ່ງກ່າວ ສ້າງໃຫ້ໄດ້ສະມາຊິກດີເດັ່ນຈຳນວນ 32 ສະຫາຍ, ຄອບຄົວແບບໃນດ້ານຕ່າງໆ 2 ຄອບຄົວ ພ້ອມດຽວກັນນີ້ຕ້ອງສ້າງໃຫ້ໄດ້ກອງທຶນພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ກອງອາສາສະມັກຊາວໜຸ່ມຕະລຸມບອນ ນອກນັ້ນກອງປະຊຸມຍັງໄດ້ດຳເນີນການປ່ອນບັດການເລືອກຕັ້ງເອົາຄະນະໜ່ວຍຮາກຖານການເລືອກຕັ້ງຄະນະໜ່ວຍຮາກຖານຊາວໜຸ່ມສະໄໝທີ 4 ເຊິ່ງປະກອບມີ3ສະຫາຍຊຶ່ງມີລາຍຊື່ດັ່ງນີ້:1.ສະຫາຍນາງ ເຄືອຄຳ ຫຼວງລາດ 2.ສະຫາຍ ລັດ ສຸຂະວົງ 3.ສະຫາຍ ນາງພູທອນ ໄຊຍະສານ ເຊິ່ງກອງ ປະຊຸມຄັ້ງປະຖົມມະລຶກໄດ້ມີຄວາມເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ເຄືອຄຳ ຫຼວງລາດ ເປັນເລຂາ, ສະຫາຍ ລັດ ສຸຂະວົງ ເປັນຮອງເລຂາ, ສະຫາຍ ພູທອນ ໄຊຍະສານ ເປັນຄະນະ, ສະຫາຍ ບຸນທຳ ສີສະເກດ ເປັນຜູ້ຊ່ວຍວຽກກວດກາ ແລະ ໄດ້ເລືອກເອົາສະຫາຍ ນາງ ເຄືອຄໍາ ຫຼວງລາດ   ເປັນຜູ້ແທນສົມບູນ ສະຫາຍ ລັດ ສຸຂະວົງ ເປັນຜູ້ແທນສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍ ຜູ້ແທນ ຊາວໜຸ່ມແຂວງວຽງຈັນຄັ້ງທີVIIIໃນຕອນທ້າຍກອງປະຊຸມຍັງໄດ້ຮັບການໃຫ້ກຽດຢ່າງສູງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄຳພັນ ຊະນະໄພຄະນະພັກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງວຽງຈັນ ແລະ ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເພື່ອເປັນບ່ອນອີງໃນການນຳພາ ເຄື່ອນໄຫວວຽກງານຊາວໜຸ່ມໃນຊຸມປີຕໍ່ໜ້າກອງປະຊຸມຍັງໄດ້ຮຽກຮ້ອງເຖິງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຕ້ອງເພີ່ມທະວີຄວາມສາມັກຄີ ຄວາມເປັນເອກະພາບ ພາຍໃນຄະນະພ້ອມກັນບຸກ ບືນຫ້າວຫັນດ້ານສະຕິປັນຍາເຫື່ອແຮງຫົວຄິດປະດິດສ້າງ ໃສ່ໜ້າທີ່ວຽກງານຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ສອດຄ່ອງ ແລະ ຫັດກຸມຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງນີ້ໃຫ້ເປັນຮູບປະທຳເທື່ອລະກ້າວ.