ພະແນກຍຸຕິທຳແຂວງ ວຽງຈັນ ເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018

        ໃນຕອນ​ເຊົ້າ ວັນ​ທີ 23 ​ເມສາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ເປິດຊຸດຝຶກອົບຮົມກົດໝາຍ​ໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 ຂຶ້ນ ຢູ່ທີ່ຫ້ອງ​ປະຊຸມ ສະພາ​ປະຊາຊົນ​ແຂວງ​ວຽງຈັນ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ສິງ​ຄຳ​ ຄົງສະຫວັນ ຮອງເລຂາພັກແຂວງ, ຮອງ​ເຈົ້າ​ແຂວງ​ວຽງຈັນ, ມີຫົວໜ້າພະ​ແນ​ກ, ຮອງ​ຫົວໜ້າພະ​ແນ​ກ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ - ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ 70 ທ່ານ, ຍິງ 13 ທ່ານ.

       ທ່ານ ກອງ​ສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ ກໍໄດ້ຂຶ້ນຜ່ານບົດລາຍງານການກະກຽມເປີດຊຸດຝຶກອົບຮົມກົດໝາຍ​ໄລຍະ​ສັ້ນ 45 ວັນ, ຊຸດ​ທີ VIII ​ໃຫ້​ແກ່​ພະນັກງານການ​ນຳ, ພະນັກງານຫຼັກ​ແຫຼ່ງຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ​ຂອງ​ແຂວງ​ວຽງຈັນ ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ​ເມສາ 2018 ແລະ ຈະດຳເນີນໄປຈົົນເຖິງວັນທີ 25 ມີ​ຖຸນາ 2018 ຈຶ່ງຈະສໍາເລັດ, ມີນັກຝຶກອົບຮົມທັງໝົດ 50 ທ່ານ, ຍິງ 09 ທ່ານ, ມີ 28 ວິຊາຮຽນ, 21 ໜ່ວຍກິດ, 315 ຊົ່ວໂມງ.

       ໃນຕອນທ້າຍຂອງພິທີ ທ່ານ ນາງ ສິງ​ຄຳ​ ຄົງສະຫວັນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ກ່ອນອື່ນທ່ານ ກໍໄດ້ຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ທີ່ໄດ້ພ້ອມ​ກັນ​ຕັ້ງໜ້າກະກຽມທາງ​ດ້ານ​ບຸກຄະລາ​ກອນ, ຫຼັກສູດ, ​ເນື້ຶອ​ໃນ, ຄູ​-ອາຈານ, ງົບປະມານ, ສະຖານ​ທີ່ ​ແລະ ອື່ນໆ ພ້ອມທັງເນັ້ນ​ໃຫ້​ຄູ- ອາຈານ ຈົ່ງ​ເອົາ​​ໃຈ​ໃສ່​ ຄົ້ນ​ຄ້ວາ​ບົດ​ສອນ, ກະກຽມທາງ​ດ້ານ​ວິທີ​ການ​ສອນ ຊີ້​ແຈງ​ໃຫ້​ເຫັນ​ທາງ​ດ້ານ​ທິດ​ສະ​ດີ ​ໂດຍ​ສົມທົບ​ກັບ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ເຮັດ​ໃຫ້​ນັກ​ຝຶກ​ອົບຮົມ​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ສາມາດ​ນຳ​ໄປ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສຳລັບນັກ​ຝຶກ​ອົບຮົມ​ຈົ່ງ​ອົດທົນ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ແຕ່​ຕົ້ນ​ຕະຫຼອດປາຍ ​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບຢ່າງ​ເຂັ້ມ​ງວດ, ​ຈົ່ງ​ຕັ້ງ​ໃຈ​ຟັງ​ການ​ບັນ​​ຍາຍ​ຈາກ ​ຄູ-​ອາຈານ, ຕັ້ງໜ້າຄົ້ນ​ຄ້ວາ​ບົດຮຽນ ພ້ອມ​ນັ້ນ​ຖ້າ​ບັນ​ຫາ​ໃດ​ເຫັນ​ວ່າ​ບໍ່​ເຂົ້າ​ໃຈກໍ່ສະ​ເໜີຖາມ ສົນທະນາ​ແລກປ່ຽນນຳ​ກັນ​ເຮັດ​ໃຫ້ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ມີ​ບັນຍາກາດ​ດີ ມີ​ຊີວິດ​ຊີວາ ​ແລະ ​ແທດ​ເຖິງ​ຕົວ​ຈິງ, ເພື່ອນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃນຂະແໜງການຂອງຕົນ ໃຫ້ນັບມື້ນັບຫັນເຂົ້າສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ.