ພະແນກຍຸຕິທຳແຂວງ ວຽງຈັນ ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018

 ໃນຕອນ​ເຊົ້າ ວັນ​ທີ 22 ​ມິຖຸນາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ປິດຊຸດຝຶກອົບຮົມກົດໝາຍ​ໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 ຂຶ້ນ ຢູ່ຫ້ອງ​ປະຊຸມ ສະພາ​ປະຊາຊົນ​ແຂວງ​ວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ບຸນ​ສະຫວາດ ບຸ​ບຜາ ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ ​, ມີຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ວຽງຈັນ, ຮອງ​ຫົວໜ້າພະ​ແນ​ກ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ - ອາຈານ ແລະ ນັກຝຶກອົບຮົມ ເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 16 ທ່ານ.

ທ່ານ ກອງ​ສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ກໍໄດ້ຂຶ້ນຜ່ານບົດ​ສະຫຼຸບຜົນສຳ​ເລັດຊຸດຝຶກອົບຮົມກົດໝາຍ​ໄລຍະ​ສັ້ນ 45 ວັນ, ຊຸດ​ທີ VIII ​ໃຫ້​ແກ່​ພະນັກງານການ​ນຳ, ພະນັກງານຫຼັກ​ແຫຼ່ງຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ​ຂອງ​ແຂວງ​ ວຽງຈັນ ຊຶ່ງຊຸດຝຶກອົບຮົມ ​ແມ່ນ​ເລິ່ມ ​ເປິ​ດຮຽນໃນວັນທີ 23 ​ເມສາ 2018 ແລະ ດຳເນີນໄປຈົົນເຖິງວັນທີ 22 ມີ​ຖຸນາ 2018 ຈຶ່ງສໍາເລັດ,  ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມທັງໝົດ 50 ທ່ານ, ຍິງ 09 ທ່ານ. ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ກົດໝາຍ​ໃນ​ຄັ້ງ​ນີ້​ ກໍ​ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍ​ໃນ​ແຂວງ​ ວຽງຈັນ ໄດ້ຮັບຮູ້  ເຂົ້າໃຈ ລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍ.

ໃນຕອນທ້າຍຂອງພິທີ ທ່ານ ບຸນ​ສະຫວາດ ບຸ​ບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ- ອາຈານ ​ແລະ ນັກຝຶກ​ອົບຮົມ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກຝຶກອົບ​ຮົມ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮຽນມາໄປ​ຜັນ​ຂະຫຍາຍ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.