ພະແນກຍຸຕິທໍາແຂວງ ວຽງຈັນສ້າງຂະບວນການແຂ່ງຂັນກິລາຮ່ວມກັບນັກຝຶກອົບຮົມວຽກງານສ້າງຄວາມເຂັ້ມແຂງໃຫ້ກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ໃນວັນທີ 5 ມີຖຸນາ 2019 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ວຽງຈັນ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕາະມິດຕະພາບລະຫວ່າງ ພະແນກຍຸຕິທໍາແຂວງ ວຽງຈັນ ກັບ ທີມນັກຝຶກອົບຮົມວຽກງານສ້າງຄວາມເຂັ້ມແຂງໃຫ້ກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ທີ່ມາຈາກກະຊວງຍຸຕິທໍາ ປະສົມກັບສອງແຂວງພາກເໜືອຄື: ແຂວງຫົວພັນ ແລະ ແຂວງຊຽງຂວາງ ທີ່ລົງມາຝຶກອົບຮົມຢູ່ພະແນກຍຸຕິທຳແຂວງ ວຽງຈັນ.
ການແຂ່ງຂັນແມ່ນຈັດຂຶ້ນຢູ່ທີ່ເດີ່ນບານເຕະ (ນັດພົບ) ບ້ານ ນາທອງ ເມືອງ ໂພນໂຮງ ແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານເປີດການແຂ່ງຂັນໂດຍ ທ່ານ ກອງສີ ອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ. ມີຮອງຫົວໜ້າພະແນກ, ບັນດາຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນວິຊາການເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ຈຸດປະສົງ ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງພະແນກຍຸຕິທຳແຂວງ ກັບ ນັກຝຶກອົບຮົມ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນທາງດ້ານວິຊາການຕ່າງໆໃຫ້ເລິກເຊິ່ງ ແລະ ກວ້າງຂວາງຂຶ້ນກວ່າເກົ່າ. ຜົນຂອງການແຂ່ງຂັນ ແມ່ນທີມປະສົມນັກຝຶກອົບຮົມເອົາຊະນະທີມພະແນກຍຸຕິທໍາແຂວງ ວຽງຈັນໄປ ດ້ວຍຜົນປະຕູ 7 ຕໍ່ 5.

ຂຽນຂ່າວ-ຖ່າຍພາບ: ພະແນກຍຸຕິທໍາແຂວງວຽງຈັນ