ພິທີປະກາດ 4 ບຸກ ຮອບ III ຂອງໜ່ວຍຮາກຖານຊາວໜຸ່ມ ພະແນກຍຸຕິທຳແຂວງ ວຽງຈັນ

ໃນຕອນບ່າຍຂອງວັນທີ 23 ພຶດສະພາ 2018 ທີ່ຜ່ານມານີ້ ຄະນະໜ່ວຍຮາກຖານຊາວໜຸ່ມພະ​ແນ​ກຍຸຕິ​ທຳ​ ແຂວງ ວຽງຈັນ ໄດ້ຈັດຕັ້ງພິທີປະກາດຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກຮອບ III ຢ່າງເປັນທາງການ ຢູ່ທີ່ຫ້ອງ​ປະຊຸມ​ສານ​ປະຊາຊົນ​ແຂວງ​ວຽງຈັນໂດຍພາຍໃຕ້ການເປັນປະທານຮ່ວມ ທ່ານ​ ນາງ ພິມ​ມະ​ສອນ ສຸ​ທຳ​ມະ​ວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນ, ທ່ານ ຄຳ​ພັນ ຊະນະ​ໄພ ຄະນະ​ພັກ​     ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທໍາ​ແຂວງ​ວຽງຈັນ, ທ່ານ ນາງ​ ເຄືອ​ຄຳ ຫຼວງລາດ ​ເລຂາໜ່ວຍຮາກ​ຖານ​ຊາວໜຸ່ມພະ​ແນ​ກຍຸຕິ​ທໍາ ມີບັນດາສະຫາຍຕາງໜ້າຈາກ​​ໄອ​ຍະ​ການ​ປະ​ຊົນ​ແຂວງ, ສານ​ປະຊາຊົນ​ແຂວງ , ສະພາ​ປະຊາຊົນ​ແຂວງ ​ແລະ ສະມາຊິກ​ຊາວໜຸ່ມພະ​ແນ​ກຍຸຕິ​ທຳ​ແຂວງເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 12 ສະຫາຍ.

ໃນພິທີ ສະຫາຍ ນາງ ​ເຄືອ​ຄຳ ຫຼວງລາດ ເລຂາໜ່ວຍຮາກຖານຊາວໜຸ່ມ ພະ​ແນ​ກຍຸຕິ​ທໍາ ໄດ້ຂື້ນ​ຜ່ານບົດ​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ​ແລະ​ ແຜນການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກຂອງໜ່ວຍຊາວໜຸ່ມພະ​ແນ​ກຍຸຕິ​ທຳ​ແຂວງ ​ວຽງຈັນ​ສົກ​ປີ 2017 ໄລຍະ 1 ປີຜ່ານມາຄະນະໜ່ວຍຮາກຖານຊາວໜຸ່ມຂອງພວກເຮົາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໂດຍການນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບ ແລະ ຂໍ້ແຂ່ງຂັນຂອງຊາວໜຸ່ມມາເຜີຍແຜ່ເຊື່ອມຊຶມໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຮັດໃຫ້ເຂົາເຈົ້າມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ອຸດົມການຂອງຕົນໂດຍຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມເຫັນວ່າບັນລຸໄດ້ຕາມທິດທາງແຜນການ ແລະ ຄາດໝາຍສູ້ຊົນ, ເນື້ອໃນຂໍ້ແຂ່ງຂັນ 4 ບຸກໃນແຕ່ລະດ້ານສາມາດປະເມີນໄດ້ 85% ຂຶ້ນໄປ, ສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ຮັບການຢັ້ງຢືນ 100% ໃນພິທີຍັງໄດ້ມອບ-ຮັບໃບຢັ້ງຢືນ 4 ບຸກ ໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນ​ໃນ 1 ປີຜ່ານມາ ​ແລະ ພ້ອມ​ກັນ​ຈັບ​ມື​ແຂ່ງຂັນ.

ໃນ​ຕອນ​ທ້າ​ຍ ທ່ານ​ ນາງ ພິມ​ມະ​ສອນ​ ສຸທຳ​ມະ​ວົງ ​ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ ຄະນະຊາວໜຸ່ມ ​ແລະ ສະມາຊິກ​ຊາວໜຸ່ມວ່າ ຈົ່ງເປັນ​ເຈົ້າ​ການ ​ແລະ ​ເຜີຍ​ແຜ່ມະຕິ, ຄຳ​ສັ່ງ, ຂໍ້​ກຳ​ນັດ, ກົດ​ລະບຽບ, ກົດໝາຍ, ຂໍ້​ແຂ່ງຂັນ 4 ບຸກ ​ແລະ ບັນດາ​ເອກະສານ​ຕ່າງໆ ທີ່ຕິດ​ພັນ​ກັບ​ວຽກງານ​ຊາວໜຸ່ມພວກ​ເຮົາ. ​ສຶບຕໍ່ຈັດ​ຕັ້ງ​ປະຕິບັດ ຂໍ້​ແຂ່ງ​ຂັນ 4 ບຸກ​ໃຫ້ເປັນ​ປົກກະຕິ ສຶບຕໍ່ສ້າງ​ສະມະ​ຊິກ​ຊາວໜຸ່ມ​ເຂົ້າ​ເປັນ​ສະມະ​ຊິກ​ພັກ ສຶກສາ​ອົບຮົມ​ສ້າງ​ອາຊີບ​ເສີມ​ໃຫ້​ແກ່​ສະມາຊິກ​ໃຫ້​ກາຍ​ເປັນ​ຄອບຄົວ​ຕົນ​ແບບ ​ແລະ ຍາດ​ໃຫ້​ໄດ້​ທຸງ​ໄຊ​ນາມມະຍົດ.