ສຳເລັດການໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງຍຸຕິທຳ ລະຍະ 6 ເດືອນຕົ້ນປີ 2017

    ໃນ​ລະຍະ 6 ​ເດືອນ​ຕົ້ນປີ 2017 ​ຫ້ອງການ​ກົດໝາຍ ແລະ ​ໂຄສະນາ​ອົບຮົມ​ກົດໝາຍຂອງ​ພະ​ແນ​ກຍຸຕິ​ທຳແຂວງ​ວຽງຈັນ​ ແລະ​ ຫ້ອງການ​ຍຸຕິ​ທຳ 11 ​ເມືອງ​ທົ່ວ​ແຂວງ​ວຽງຈັນ ​ໄດ້​ເຄື່ອ​ນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ກົດໝາຍດ້ວຍຫຼາຍວິທີ​ ເປັນຕົ້ນ ​ລົງ​ໂຄສະນາ​ທາງ​ປາກ​ເປົ່າ​ຢູ່​ຕາ​ມບ້ານ​ ຈຳນວນ 156 ບ້ານ ​ຢູ່​ຕາມ​ໂຮງຮຽນ ມສ ​ໄດ້​ທັງໝົດ 18 ​ແຫ່ງ, ໃນ​ນັ້ນ ມີ​ຈຳນວນ​ຜູ້​ເຂົ້າຮ່ວມ​ຮັບ​ຟັງ​ ທັງໝົດ23.272 ຍິງ12.272 ຄົນ​ນອກຈາກ​ໂຄສະນາ​ທາງ​ປາກ​​ເປົ່າ​ແລ້ວ, ຍັງ​ໄດ້​ໂຄສະນາ​ຜ່ານ​ທາງ​ໜັງສືພີ​ມຂອງ​ແຂວງ​ວຽງຈັນ ​ເດືອນ​ລະ​ສອງ​ສະບັບ ​ແລະ​ ພິ​ເສດ​ໄປ​ກ່າວ​ນັ້ນ ຍັງ​ໄດ້​ເຜີຍ​ແຜ່​ກົດໝາຍທາງ​ວິທະຍຸກະຈາຍສຽງ FM 100 MZອາທິດ​ລະຄັ້ງ.

     ສຳ​ລັບ​ເນື້ອໃນ​ກົດໝາຍທີ່​ນຳ​ໄປ​ເຜີ່​ຍ​ແຜ່​ແຕ່ລະຄັ້ງ​ ແມ່ນ​ອີງ​ໃສ່​ສະພາບ​ເຫດການ​ທີ່​ມັກ​ເກີດ​ຂຶ້ນຕົວ​ຈິງ​ຢູ່​ແຕ່​ລະ​ບ້ານ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ ​ເປັນ​ຕົ້ນ​ ແມ່ນ​ກົດໝາຍວ່າດ້ວຍ ການດຳເນີນຄະດີ​ແພ່ງ, ກົດ ໝາຍວ່າດ້ວຍຂໍ້​ຜູກ​ພັນ​ໃນ​ສັນຍາ​ ແລະ ນອກ​ສັນຍາ, ກົດໝາຍວ່າ​ດ້ວຍ ​ການ​ສຶບທອດ​ມູນ​ມໍຣະດົກ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍອາຍາ​ບາງ​ມາດຕາ​ ເຊັນ ການ​ລັກ​ຊັບ​, ການປຸນ​ຊັບ, ການທຳຮ້າຍ​ຮ່າງກາຍ, ການ​ຂົ່ມ​ຂື່ນທຳຊໍາເລົາ, ​ກົດໝາຍວ່າ​ດ້າຍ​ ຢາ​ເສບ​ຕິດ​ ແລະ​ ກົດໝາຍອື່ນ. ສຳລັບ​ວິທີ​ການ​ເຜີຍ​ແຜ່ ​ແມ່ນ​ໄດ້​ອະທິບາຍ​ແຕ່​ລະ​ຫົວ​ຂໍ້ ​ແລະ​ ຍົກ​ເອົາ​ບັນຫາ​ທີ່​ມັກ​ເກີດ​ຂຶ້ນພ້ອມ​ດ້ວຍ​ຍົກ​ຕົວຢ່າງ​ທີ່​ເຂົ້າ​​ໃຈ​ງ່າຍ. ພ້ອມ​ກັນນັ້ນ ຍັງ​ຮັບຟັງ ແລະ ສົນທະນາຖາມຕອບ, ແລກປ່ຽນຄຳເຫັນຮ່ວມກັບ​ຜູ້​ເຂົ້າຮ່ວມ ​ເຮັດ​ໃຫ້ການໂຄສະນາເຜີຍແຜ່ກົດໝາຍ ມີບັນຍາກາດ​ຟົດຟື້ນດີ. ທັງໝົດນັ້ນ ​ເພື່ອສ້າງຄວາມຮັບຮູ້ ແລະ ຍົກສູງການສ້າງ​ສະຕິ​​ເຄົາລົບ​ກົດໝາຍ ແກ່ປະຊາຊົນ,​ ທັງ​ເປັນ​ການ​ຕ້ານ​ ແລະ ​ສະກັດ​ກັ້ນ ການກໍ່ອາ​ຊະ​ຍາ​ກຳ​ ແລະ​ ການລະ​ເມີດ​ກົດໝາຍ ​ທີ່ຈະເກີດຂຶ້ນແຕ່ຫົວທີ.

 

     ໃນເຄື່ອນໄຫວລົງໂຄສະນາເຜີຍແຜ່ກົດໝາຍ ຕະຫຼອດລະຍະ 6 ເດືອນ ຕົ້ນປີ 2017 ນີ້ ຍ້ອນຄວາມເອົາໃຈໃສ່ ແລະ ມີການຊີ້ນຳໆພາຈາກຄະນະພັກ, ຄະນະນຳ ກະຊວງຍຸຕິທຳ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ຄວາມເອົາໃຈໃສ່ຂອງພະນັກງານ, ນັກສຶກສາລົງຟຶກງານ, ອົງການຈັດຕັ້ງທຸກພາກສວນ ແລະ ການຮ່ວມມືຈາກອຳນາດການປົກຄອງບ້ານ ເຮັດໃຫ້ການລົງເຄື່ອນໄຫວວຽກງານໂຄສະນາກົດໝາຍ ໄດ້ຮັບ ຜົນສຳເລັດເປັນຢ່າງດີ,  ເຮັດໃຫ້ພໍ່ແມ່ປະຊາຊົນຢູ່ແຕ່ລະບ້ານ ໄດ້ຮຽນຮູ້ ແລະ  ເຂົ້າໃຈເນື້ອໃນກົດໝາຍ ເພື່ອຍົກສູງສະຕິຕື່ນຕົວໃນການເຄົາລົບ ແລະ ປະຕິບັດກົດໝາຍ ໃນສັງຄົມ ປະກອບສວນສ້າງໃນການ ສ້າງລັດ ສປປ ລາວ ເປັນລັດທີ່ປົກຄອງດ້ວຍກົດໝາຍ ທີ່ມາຈາກປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

 

ຂຽນຂ່າວ ແລະ ຖ່າຍພາບໂດຍ: ວົງສາ ແກ້ວປັນຍາວົງ

ຜູ້ປະສານງານແຂວງ ວຽງຈັນ