Submitted by wickyboubphalyvanh on
ໃນວັນທີ 31 ພຶດສະພາ 2019 ຜ່ານມານີ້ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງ ເມືອງທຸລະຄົມ ໄດ້ຈັດພິທີປິດການຝຶກອົບຮົມ ກົດໝາຍໄລຍະສັ້ນ 45 ຊຸດທີ I ຂື້ນຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ວົງເດືອນ ວັດຕະໂສ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ທຸລະຄົມ, ມີທ່ານ ຄຳພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທໍາ ແຂວງວຽງຈັນ, ມີກໍາມະການພັກເມືອງ, ມີຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄູອາຈານ, ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການພາຍໃນຫ້ອງການຍຸຕິທຳເມືອງ, ຕະຫຼອດຮອດນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ 1 ເຂົ້າຮ່ວມທັງໝົດ 104 ທ່ານ ຍິງ 30 ທ່ານ.
ໃນພິທີ ທ່ານ ໂນລາ ຈັນທະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ, ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ເຊິ່ງເປັນວຽກງານໜຶ່ງທີ່ມີພາລະບົດບາດສຳຄັນຢ່າງຍິ່ງຢູ່ຮາກຖານບ້ານໃນການປະຕິບັດ ມະຕິຂອງກົມການເມືອງສູນກາງພັກ, ກ່ຽວກັບການສ້າງບ້ານພັດທະນາເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານລົງສູ່ຮາກຖານບ້ານ ແລະ ກຸ່ມບ້ານພັດທະນາຢ່າງທົ່ວເຖິງໄປພ້ອມໆກັນກັບຂະບວນການກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ເປີດກວ້າງໃນການສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ ໃຫ້ມີຄວາມສາມາດນຳພາຄຸ້ມຄອງ-ບໍລິຫານບ້ານດ້ວຍຄວາມເຂັ້ມແຂງບົນພື້ນຖານພາລະບົດບາດ ສິດ ແລະ ໜ້າທີ່ ຕາມລະບຽບກົດໝາຍໃຫ້ມີຜົນສັກສິດ, ຮັບປະກັນຄວາມ ສະເໝີພາບ ແລະ ຍຸຕິທໍາ ໃນສັງຄົມເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ອີກບັນຫາໜຶ່ງກໍ່ເປັນການສ້າງເງື່ອນໄຂໃຫ້ອຳນາດການປົກຄອງບ້ານໄດ້ມີໂອກາດເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະ ບັນດາກົດໝາຍຂອງລັດ ທີ່ວາງອອກເປັນແຕ່ລະໄລຍະ ໃຫ້ມີຄວາມເປັນເອກະພາບໃນແຕ່ລະຂັ້ນ ດ້ວຍຄວາມຮັບຜິດຊອບສູງ ຈັດຕັ້ງປະຕິບັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ເຊິ່ງໄດ້ເລີມເປີດຮຽນແຕ່ວັນທີ 24 ກຸມພາ 2019 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຝຶກອົບຮົມ ແມ່ນມີ 4 ພາກວິຊາຮຽນທັງໝົດ, ມີ 34 ວິຊາ ,ມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງ, ເຊິ່ງມີວິຊາ: ທິດສະດີ ມີ 03 ວິຊາ, ວິຊາ: ກົດໝາຍມີ 29 ວິຊາ, ວຽກງານຍຸຕິທຳຮາກຖານມີ 01 ວິຊາ, ວິຊາ: ເຕັກນິກການແຕ່ງເອກະສານ ມີ 01 ວິຊາ, ມີນັກຝຶກອົບຮົມທັງໝົດ 54 ທ່ານ, ຍິງ 14 ທ່ານ, ມີຄູອາຈານທັງໝົດ 25 ທ່ານ, ຍິງ 8 ທ່ານ,ໃນນັ້ນ ຄູສອນມາຈາກຫ້ອງການອ້ອມຂ້າງເມືອງ ຈຳນວນ 19 ທ່ານ.
ໃນພິທີ ທ່ານ ຄໍາພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທໍາ ແຂວງວຽງຈັນ, ກໍ່ໃຫ້ກຽດຂື້ນມອບໃບຢັ້ງຢືນ ໃຫ້ແກ່ຜູ້ທີ່ໄດ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ, ທ່ານ ນາງ ວົງເດືອນ ວັດຕະໂສ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ທຸລະຄົມ ກໍ່ໃຫ້ກຽດຂື້ນມອບໃບຍ້ອງຍໍໃຫ້ຄູອາຈານ, ນັກຝຶກອົບຮົມ ແລະ ນັກສຶກສາທີ່ມາຈາກ ສະຖາບັນຍຸຕິທຳແຫ່ງຊາດ.
ໃນຕອນທ້າຍ ທ່ານ ນາງ ວົງເດືອນ ວັດຕະໂສ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆ ທຸລະຄົມ ກໍ່ໄດ້ໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ - ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ປະກອບສ່ວນເຂົ້າຮ່ວມໃນການຝຶກອົບຮົມຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຮຽນມານີ້ນໍາໄປຈັດຕັ້ງປະຕິບັດໃນການແກ້ໄຂບັນທີ່ເກີດຂື້ນຢູ່ໃນຂັ້ນບ້ານໃຫ້ມີປະສິດທິຜົນ.