ເມືອງ ຫີນເຫີບ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1

ໃນວັນທີ 24 ພຶດສະພາ 2019 ຜ່ານມານີ້ ຢູ່ທີ່ສູນ​ກະສິກໍາ ເມືອງ ​ຫີນ​ເຫີບ ໄດ້ຈັດພິທີປິດການຝຶກ​ອົບຮົມ ກົດໝາຍ​ໄລ​ຍະ​ສັ້ນ 45 ວັນ ຊຸດທີ I ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວອນ ​ວໍລະ​ສານ​ ຄະນະ​ປະ​ຈໍາ​ພັກ​ເມືອ​ງ, ຮອງ​ເຈົ້າ​ເມືອງ ຫີນ​ເຫີບ, ທ່ານ​ ຄຳ​ພັນ ​ຊະ​ນະ​ໄພ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທໍາ ​ແຂວງ​ ວຽງຈັນ, ໃນນີ້ມີກໍາມະການ​ພັກ​ເມືອງ, ມີທ່ານຫົວໜ້າຫ້ອງການ​ອ້ອມ​ຂ້າງ​ເມືອງ​​, ຄູອາຈານ, ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການ, ຕະຫຼອດຮອດນັກຝຶກ​ອົບຮົມກົດໝາຍ​ໄລ​ຍະສັ້ນ 45​ ວັນ ​ຊຸດ​ທີ 1 ເຂົ້າຮ່ວມທັງໝົດ 107 ທ່ານ, ຍິງ 49 ທ່ານ.

ໃນພິທີ ທ່ານ ພົງ​ສະຫວັນ ອິນ​ສົມ​ພູ ຫົວໜ້າຫ້ອງການຍຸຕິທຳ​ເມືອງ, ກໍ່ໄດ້ຂຶ້ນຜ່ານບົດ​ສະຫຼຸບ ຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ກໍຄື ວຽກງານໜຶ່ງ ຊຶ່ງມີພາລະບົດບາດສຳຄັນຢ່າງຍິ່ງຢູ່ຮາກຖານບ້ານໃນການປະຕິບັດມະຕິຂອງກົມການເມືອງສູນກາງພັກ​ ກ່ຽວກັບ​ການ​ສ້າງ​ບ້ານ​ພັດທະນາເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານລົງສູ່ຮາກຖານບ້ານ ແລະ ກຸ່ມບ້ານພັດທະນາຢ່າງທົ່ວເຖິງໄປພ້ອມໆກັນກັບຂະບວນການກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ເປີດກວ້າງໃນການສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ ໃຫ້ມີຄວາມສາມາດນຳພາຄຸ້ມຄອງບໍລິຫານບ້ານດ້ວຍຄວາມເຂັ້ມແຂງບົນພື້ນຖານພາລະບົດບາດສິດ ແລະ ໜ້າທີ່ ຕາມລະບຽບກົດໝາຍໃຫ້ມີຜົນສັກສິດ, ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາ ໃນສັງຄົມເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ອີກບັນຫາໜຶ່ງກໍ່ເປັນການສ້າງເງື່ອນໄຂ​ໃຫ້ອຳນາດການປົກຄອງບ້ານມີໂອກາດ​ໄດ້ເຊື່​ອມຊືມແນວທາງນະໂຍບາຍຂອງພັກ ແລະ ບັນດາກົດໝາຍຂອງລັດ ທີ່ວາງອອກເປັນແຕ່ລະໄລຍະ ໃຫ້ມີຄວາມ​ເປັນເອກະພາບ​ໃນແຕ່ລະຂັ້ນ ດ້ວຍຄວາມຮັບຜິດຊອບສູງ ຈັດຕັ້ງປະຕິບັດການຝຶກ​ອົບຮົມກົດໝາຍ​ໄລຍະ​ສັ້ນ 45 ​ວັນ ຊຸດທີ 1 ເຊິ່ງໄດ້ເລີມເປີດແຕ່ວັນທີ 18 ມີນາ - 22 ພຶດສະພາ 2019 ໂດຍສະເພາະຫຼັກສູດການຝຶກ​ອົບຮົມ ແມ່ນມີ 4 ພາກວິຊາຮຽນ ມີທັງໝົດ 34 ວິຊາ , ມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງ ເຊິ່ງມີວິຊາ: ທິດສະດີ ມີ 03 ວິຊາ, ວິຊາ: ກົດໝາຍ ມີ 29 ວິຊາ, ວຽກງານຍຸຕິທຳຮາກຖານມີ 01 ວິຊາ, ວິຊາ: ເຕັກນິກການແຕ່ງເອກະສານ ມີ 01 ວິຊາ, ມີນັກ​ຝຶກ​ອົບຮົມທັງໝົດ 50 ທ່ານ, ຍິງ 6 ທ່ານ, ມີຄູອາຈານທັງໝົດ 16 ທ່ານ, ຍິງ 2 ທ່ານ, ໃນນັ້ນ ຍັງມີຄູສອນທີ່ມາຈາກຫ້ອງການອ້ອມຂ້າງພາຍໃນ ເມືອງ ຫີນ​ເຫີບອີກຕື່ມ.

ໃນພິທີ ທ່ານ ຄໍາ​ພັນ ​ຊະນະ​ໄພ ກໍ່ໃຫ້ກຽດຂື້ນມອບໃບຢັ້ງຢືນ ຜູ້ທີ່​ໄດ້ສຳເລັດການຝຶກ​ອົບຮົມ​ກົດໝາຍ​ໄລຍະ​ສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ.

ຫຼັງຈາກ​ນັ້ນ​ໃນພິທີ ທ່ານ ວອນ ​ວໍລະ​ສານ ຄະນະປະ​ຈໍ​າພັກເມືອງ ຮອງເຈົ້າເມືອງ ຫີນ​ເຫີບ ກໍ່ໃຫ້ກຽດຂື້ນມອບ​ໃບ​ຍ້ອງຍໍໃຫ້ຜູ້ສຳເລັດການຝຶກ​ອົບຮົມ​ກົດໝາຍ​ໄລຍະ​ສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ​.

ໃນຕອນທ້າຍ ທ່ານ ວອນ ວໍລະ​ສານ ຄະນະ​ປະ​ຈໍາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ຫີນ​ເຫີບ ກໍ່ໄດ້ໂອ້ລົມຕໍ່ພິທີ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ- ອາຈານ ​ແລະ ນັກຝຶກ​ອົບຮົມ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການຄົ້ນຄວ້າ ​​ປະກອບສ່ວນ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບຮົມ​ຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກຝຶກອົບ​ຮົມ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ ທີ່​ໄດ້​ຮຽນມານີ້​ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນການ​ແກ້​ໄຂ​ບັນ​ຫາທີ່​ເກິ​ດຂື້ນ​ຢູ່​ໃນ​ຂັ້ນ​ບ້ານ​ໃຫ້​ມີ​ປະສິດທິ​ຜົນ.