ກົມສົ່ງເສີມລະບົບຍຸຕິທຳ ຈັດຕັ້ງເຜີຍແຜ່ ດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ພະແນກຍຸຕິທຳແຂວງ ສະຫວັນນະເຂດ.

ໃນຕອນເຊົ້າ ວັນທີ 4 ຕຸລາ 2018 ທີ່ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງເຜີຍແຜ່ ດຳລັດຂອງລັດຖະບານ ສະບັບເລກທີ່ 77/ລບ, ລົງວັນທີ 28 ກຸມພາ 2018 ວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຄຳແນະນຳ ຂອງລັດຖະມົນຕີ ກະຊວງຍຸຕິທຳ ສະບັບເລກທີ 1077/ກຍ, ລົງວັນທີ 3 ກັນຍາ 2018 ກ່ຽວກັບ ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ.

ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານກອງປະຊຸມ ໂດຍທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳແຂວງ ແລະ ທ່ານ ວິກອນ ບຸນວິ ໄລ ຮອງຫົວໜ້າກົມ ສົ່ງເສີມລະບົບຍຸຕິທຳ, ເຂົ້າຮ່ວມຄັ້ງນີ້ມີບັນດາຄະນະພະແນກ, ຕາງໜ້າຈາກໂຄງການ 3S-RoL, UNDP, ພະນັກງານຈາກ ຫ້ອງການຍຸຕິທຳເມືອງ 4 ເມືອງ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທຳແຂວງ ຈຳນວນ 43 ທ່ານ, ຍິງ 16 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ໄດ້ເຜີຍແຜ່ ແລະ ຍົກໃຫ້ເຫັນ ພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຂອງພົນລະເມືອງ ຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ.

ປະເພດຂ່າວ: