ປິດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ແລະ ມອບ-ຮັບໃບຢັ້ງຢືນ ໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ຂັ້ນເມືອງ

ຜ່ານການຈັດຕັ້ງປະຕິບັດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ໃນເວລາອັນເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງຄະນະຮັບຜິດຊອບ ແລະ ຄູ-ອາຈານ ນັກສຳມະນາກອນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຊຶ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ເຮັດໃຫ້ຊຸດບຳລຸງໃນຄັ້ງນີ້ໄດ້ດຳເນີນໄປຕາມແຜນການ ແລະ ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້.

ໃນຄັ້ງວັນທີ 29 ມິຖຸນາ 2018 ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີສະຫຼຸບປິດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ແລະ ມອບ-ຮັບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ໂດຍໃຫ້ກຽດເປັນປະທານ ໃນພິທີປິດ ແລະ ມອບໃບຢັ້ງຢືນ ໂດຍ ທ່ານ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມຄັ້ງນີ້ມີ ຫົວໜ້າ ສະຖາບັນຍຸຕິທຳພາກກາງ, ຄະນະພັກ, ຄະນະພະແນກຍຸຕິທຳ, ຫົວໜ້າຫ້ອງການພະແນກຍຸຕິທຳ, ຄູ-ອາຈານ ແລະ ແຂກ ພ້ອມດ້ວຍນັກສຳມະນາກອນທັງໝົດ. ໃນພິທີ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ກໍໄດ້ຜ່ານບົດສະຫຼຸບລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ ຫຼັກສູດກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ຊຶ່ງເລີ່ມເປີດຮຽນແຕ່ ວັນທີ 18 / 4 / 2017 – 19 / 6 / 2017 ຈຶ່ງສຳເລັດລົງ. ມີນັກສຳມະນາກອນທີ່ໄດ້ຮັບໃບຢັ້ງຢືນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ຈຳນວນ 51 ທ່ານ, ຍິງ 11 ທ່ານ.

ໃນຕອນທ້າຍຂອງພິທີ ທ່ານ ໂພໄຊ ໄຊຍະສອນ ປະທານໃນພິທີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໂຄງການຫຼັກສູດກົດໝາຍໄລຍະສັ້ນ 45 ວັນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕ້ອງສືບຕໍ່ແຜນການເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ໃຫ້ໄດ້ 1 ຫາ 2 ຄັ້ງຕໍ່ປີ ຕາມແຜນການທີ່ວາງໄວ້ ແລະ ຂໍທິດຊີ້ນຳຢ່າງເປັນປະຈຳຈາກຂັ້ນເທິງ ກໍ່ຄືສາຍຕັ້ງ ແລະ ສາຍຂວາງ ພ້ອມທັງສືບຕໍ່ສູ້ຊົນຈັດຕັ້ງປະຕິ ບັດບັນດາກິດຈະກຳ ເປັນຕົ້ນ ການເປີດຮຽນ-ສອນ ຫຼັກສູດກົດໝາຍລະບົບເລັ່ງລັດ 3 ເດືອນ ໃຫ້ບ້ານ ແລະ ກຸ່ມບ້ານ ຂອງເມືອງທີ່ມີເງື່ອນໄຂ ແລະ ບັນດາວຽກງານອື່ນໆພາຍໃນ ພະແນກຍຸຕິທຳໃຫ້ມີຄວາມວ່ອງໄວ, ໂປ່ງໃສ່ ແລະ ຮັບປະ ກັນຄວາມຍຸຕິທຳ. ສະລັບຜູ່ເຂົ້າຮ່ວມການຝືກອົບຮົມເມື່ອສຳເລັດແລ້ວ ຕ້ອງນຳເອົາບົດຮຽນ, ກົດໝາຍ ທີ່ໄດ້ຮຽນມາໄປຜັນຂະຫຍາຍຕໍ່ເປັນຕົ້ນ ການໝູນໃຊ້ຄວາມຮູ້ຄວາມເຂົ້າໃຈໃນວຽກງານທີ່ຕົນຮັບຜິດຊອບ ພ້ອມທັງເຜີຍແຜ່ ພາຍໃນຫ້ອງການຂອງຕົ້ນ, ພາຍໃນບ້ານ ແລະ ຄອບຄົວ ຕາມເງື່ອນໄຂຕົວຈິງ ແລະ ຖືກຕ້ອງສອດຄ່ອງຕາມກົດໝາຍ.

 

ປະເພດຂ່າວ: