ພະແນກຍຸຕິທຳແຂວງສະຫວັນນະເຂດ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກຄອມມຸຍນິດຫວຽດນາມຄົບຮອບ 88 ປີ, ຄຳສັ່ງເລກທີ 09 /ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ແລະ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 14 ປີ

ໃນວັນທີ 2 ກຸມພາ 2018 ທີ່ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ມີພິທີປາຖະກະຖາວັນ ສ້າງຕັ້ງພັກຄອມມຸຍນິດຫວຽດນາມຄົບຮອບ 88 ປີ (03 ກຸມພາ 1930-03 ກຸມພາ 2018). ເຂົ້າຮ່ວມ ແລະ ໃຫ້ກຽດປະຖະກະຖາ ໂດຍທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງ ຈຳນວນ 50 ທ່ານ, ຍິງ 21 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເງື່ອນໄຂທີ່ພາໃຫ້ມີການສ້າງຕັ້ງ ພັກຄອມມຸຍນິດຫວຽດນາມ ວັນທີ 03 ກຸມພາ 1930, ການນຳພາການຕໍ່ສູ້ຍາດເອົາອຳນາດການປົກຄອງ ແລະ ການປົກປັກຮັກສາ, ການນຳພາການປະຕິວັດສັງຄົມນິຍົມ, ການນຳພາການປະຕິວັດແນວທາງປ່ຽນແປງໃໝ່  ພ້ອມທັງຍົກໃຫ້ເຫັນ ການພົວພັນຮ່ວມມື, ຄວາມສາມັກຄີພິເສດລະຫວ່າງ ລາວ - ຫວຽດນາມ ຊຶ່ງຕົ້ນຕໍແມ່ນປະຕິບັດຕາມສັນຍາຮ່ວມມືລະຫວ່າງ ລາວ - ຫວຽດນາມ ທີ່ສອງພັກ, ສອງລັດຖະບານໄດ້ເຊັນກັນເຊັ່ນ: ດ້ານການສຶກສາ, ດ້ານວັດທະນະທຳ, ດ້ານສາທາລະນະສຸກ, ດ້ານການລົງທຶນ, ດ້ານການຄ້າ, ດ້ານກະສິກຳ ແລະ ປ່າໄມ້, ດ້ານຂົງເຂດພະລັງງານ-ບໍ່ແຮ່, ດ້ານຄົມມະນາຄົມ-ຂົນສົ່ງ, ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ທ່ອງທ່ຽວ ແລະ ດ້ານການເຄື່ອນໄຫວບໍລິການຕ່າງໆ.

          ຫຼັງຈາກນັ້ນ ຜູ່ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງ ເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ແລະ ເອກະສານວັນຕ້ານການສໍ້ລາດບັງຫຼວງ ຊຶ່ງໃຫ້ກຽດເຜີຍແຜ່ໂດຍທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ໂດຍຍົກໃຫ້ເຫັນເຖິງ: ເນື້ອໃນ ແລະ ຂັ້ນຕອນຕ່າງໆໃນການນຳໃຊ້ລາຍຈ່າຍງົບປະມານຂອງລັດ ພ້ອມທັງສະພາບລວມຂອງການສໍ້ລາດບັງຫຼວງ ແລະ ການກຳນົດວັນຕ້ານການສໍ້ລາດບັງຫຼວງສາກົນ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ ສປປ ລາວເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈ.

ປະເພດຂ່າວ: