ເມືອງ ພະລານໄຊ ເປີດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ປີ 2018

ເພື່ອປະຕິບັດຕາມແຜນຍຸດທະສາດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືແຜນການວຽກງານຍຸຕິທຳຮາກຖານ ທີ່ທາງກະຊວງຍຸຕິທຳວາງອອກ ພະແນກຍຸຕິທຳແຂວງສະຫວັນນະເຂດ ສົມທົບກັບການນຳຂອງເມືອງ ພະລານໄຊ ແລະ ຫ້ອງການຍຸຕິທຳເມືອງ ໄດ້ກຳນົດແຜນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະວຽກງານການຮຽນ-ສອນ ກົດໝາຍຊັ້ນຕົ້ນ ປະຈຳປີ 2018 ຊຶ່ງໄດ້ກຳນົດເອົາ ກຸ່ມບ້ານ ບຶງທະເລ (ກຸ່ມທີ 3) ຂອງເມືອງ ພະລານໄຊ ເປັນຈຸດເປີດການຮຽນ-ການສອນກົດໝາຍ ຊັ້ນຕົ້ນ.

ມາໃນວັນທີ 11 ພຶດສະພາ 2018 ເມືອງພະລານໄຊ ໄດ້ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ພະລານໄຊ ພ້ອມດ້ວຍ ທ່ານ ມະນີວັນ ແກ້ວພິກຸນ ຮອງເລາຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມຄັ້ງນີ້ ປະກອບດ້ວຍບັນດາແຂກທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຄູ-ອາຈານ ພ້ອມດ້ວຍນັກສຳມະນາກອນກົດໝາຍຊັ້ນຕົ້ນ ທີ່ມາຈາກບ້ານ, ກຸ່ມບ້ານ ແລະ ພະນັກງານຫຼັກແຫຼ່ງຂອງຫ້ອງການພາຍໃນເມືອງ ພະລານໄຊ.

ທ່ານ ນິນທາ ອິນທະສອນ, ຫົວໜ້າຫ້ອງການຍຸຕິທຳເມືອງ ພະລານໄຊ ໄດ້ຜ່ານບົດສະຫຼຸບລາຍງານການກະກຽມຄວາມພ້ອມໃນເປີດຮຽນ-ສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນປະຈຳປີ 2018 ແລ້ວ, ຊຶ່ງໃນຄັ້ງນີ້ມີຈຳນວນຜູ່ເຂົ້າຮຽນຕົວຈິງ 31 ຄົນ, ຍິງ 8 ຄົນ ໃນນີ້ມີພະນັກງານອ້ອມຂ້າງເມືອງ ຈຳນວນ 5 ຄົນ, ຍິງ 3 ຄົນ.

ພາຍຫຼັງທີ່ທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ຜ່ານບົດສະຫຼຸບລາຍງານສຳເລັດແລ້ວ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານເຈົ້າເມືອງ ພະລານໄຊ ກໍໄດ້ໃຫ້ກຽດເປີດການຮຽນ-ການສອນ ຢ່າງເປັນທາງການ ພ້ອມທັງປະກອບຄຳເຫັນໂອ້ລົມ ຊຶ່ງໄດ້ເນັ້ນໜັກໃຫ້ບັນດາຄູອາຈານ ແລະ ນັກສຳມະນາກອນກົດໝາຍຊັ້ນຕົ້ນຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດໂມງເວລາຢ່າງເປັນເຈົ້າການ, ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ແລກປ່ຽນບົດຮຽນຈາກບັນດາຄູ-ອາຈານດ້ວຍຄວາມຫ້າວຫັນ, ອົດທົນຜ່ານທຸກຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ໃນຊຸດຮຽນ-ສອນກົດໝາຍຊັ້ນຕົ້ນໄດ້ເປັນຢ່າງດີ.

ປະເພດຂ່າວ: