ແຂວງສະຫວັນນະເຂດ ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳປີ 2018 ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ

ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ, ສະບັບເລກທີ 1387/ກຍ, ລົງວັນທີ 5 ທັນວາ 2017 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປີ 2018, ແຈ້ງການຂອງຫົວໜ້າຄະນະຈັດຕັ້ງແຂວງ, ສະບັບເລກທີ 0094/ ຄຈ.ສຂ, ລົງວັນທີ 16 ມັງກອນ 2018, ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ, ສະບັບເລກທີ 0607/ຈຂ.ສຂ, ວ່າດ້ວຍການອະນຸຍາດໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮັບການບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 6 ແລະ ຂໍ້ຕົກລົງສະບັບເລກທີ 0608/ຈຂ.ສຂ, ລົງວັນທີ 30 ມີນາ 2018 ວ່າດ້ວຍການອະນຸມັດໃຫ້ພະແນກຍຸຕິທຳແຂວງສະຫວັນນະເຂດ ເປີດຊຸດຮຽນບຳລຸງກົດໝາຍໄລຍະສັ້ນ 45 ວັນຂື້ນຢ່າງເປັນທາງການ.

ໃນຕອນເຊົ້າ ວັນທີ 25 ເມສາ 2018 ພະແນກຍຸຕິທຳແຂວງສະຫວັນນເຂດ ໄດ້ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ  ຊຸດທີ VI ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະ ຫວັນນະເຂດ, ເຂົ້າຮ່ວມຄັ້ງນີ້ມີເລຂາຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການພາຍໃນພະແນກ, ຄູ-ອາຈານ ແຂກອ້ອມຂ້າງ ພ້ອມດ້ວຍນັກສຳມະນາກອນ ຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ຫ້ອງການອ້ມຂ້າງເມືອງ. ໃນກອງປະຊຸມທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ກໍໄດ້ ຂື້ນລາຍງານການຈັດຕັ້ງປະຕິບັດໂຄງການຫຼັກສູດກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018, ການຝຶກອົບຮົມກົດໝາຍໄລຍະສັ້ນຊຸດທີ VI ນີ້ ແມ່ນນຳໃຊ້ເວລາ 45 ວັນ ໂດຍບໍ່ນັບ ວັນພັກທາງລັດຖະການ, ຊຶ່ງປະກອບມີ 28 ວິຊາຮຽນ, 21 ໜ່ວຍກິດ ເທົ່າກັບ 315 ຊົ່ວໂມງ, ນັກວິທະຍາກອນ ແມ່ນປະກອບມີ 22 ທ່ານ ທີ່ຮັບເຊີນມາຈາກບັນດາພະແນກການອ້ອມຂ້າງແຂວງ, ສະຖາບັນຍຸຕິທຳພາກກາງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ປະກອບມີ 51 ທ່ານ, ຍິງ 11 ທ່ານ ທີ່ເປັນພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ.

ພາຍຫຼັງທີ່ທ່ານ ຫົວໜ້າພະແນກຍຸຕິທຳແຂວງ ລາຍງານການຈັດຕັ້ງປະຕິບັດຫຼັກສູດບຳລຸງກົດໝາຍໄລຍະສັ້ນ 45 ວັນ ສິ້ນສຸດແລ້ວ  ໃນຕອຍທ້າຍຂອງພິທີ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດທີ່ຍາດມາໄດ້ໃນ 5 ຊຸດຜ່ານມາ ແລະ ໄດ້ສືບຕໍ່ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນຊຸດນີ້ ເປັນຊຸດທີ VI ຂອງປີ 2018 ພ້ອມທັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕໍ່ກັບຄູ-ອາຈານທີ່ມາສິດສອນ ຕ້ອງຄົ້ນຄ້ວາກະກຽມເນື້ອໃນບົດສອນໃຫ້ລະອຽດ, ເລີກເຊິ່ງດ້ວຍການສັງລວມເປັນບົດຫຍໍ້ໃຫ້ເໝາະສົມກັບເວລາທີ່ກຳນົດໃຫ້ ພ້ອມທັງຍົກເອົາເຫດການຕົວຈິງທີ່ເກີດຂື້ນໃນແຕ່ລະຍຸກ ແຕ່ລະສະໄໝມາສົມທຽບ ທັງຍົກຕົວຢ່າງ ວິທີແກ້ໄຂໃນແຕ່ລະໄລຍະ, ແຕ່ລະເຫດການມາອະທິບາຍໃຫ້ລະອຽດ. ສະລັບຜູ່ເຂົ້າຮ່ວມການຝືກອົບຮົມ ຕ້ອງເອົາໃຈໃສ່ອ່ານ, ຄົ້ນຄ້ວາບັນດາບົດຮຽນຕ່າງໆກ່ອນຂື້ນຫ້ອງຮຽນ ແລະ ເອົາ ໃຈໃສ່ຊັກຖາມແລກປ່ຽນບົດຮຽນນຳຄູ-ອາຈານປະຈຳແຕ່ລະວິຊາດ້ວຍຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ ເມື່ອຈົບຫຼັກສູດແລ້ວ ຕ້ອງມີການປະເມີນຄືນ ແລະ ຂຽນບົດເກັບກ່ຽວຂອງຕົນເອງຕໍ່ຄວາມເຂົ້າ ໃນແຕ່ລະວິຊາທີ່ໄດ້ຮຽນມາ ແລະ ນຳໄປເຜີຍແຜ່ຄວາມຮູ້ນີ້ໃຫ້ກວ້າງຂວາງ ແລະ ຖືກຕ້ອງ.

 

       

ປະເພດຂ່າວ: