ພິທີປະກາດການຈັດຕັ້ງຜູ້ວ່າການຫົວໜ້າສະຖາບັນຍຸຕິທຳພາກກາງ ແຂວງສະຫັວນນະເຂດ

     ​ພິທີ​ປະກາດ​ການຈັດ​ຕັ້ງຂອງສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ແຂວງ​ສະຫັວນນະ​ເຂດ ໃນໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2016 ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ,ມີ​ບັນດາ​ຫົວໜ້າພະ​​ແນ​ກ, ຫົວໜ້າຫ້ອງການ​ອອ້ມຂ້າງ​ແຂວງ, ຜູ້ອຳນວຍການ, ຮອງ​ຜູ້ອຳນວຍການ​ວິທະຍາ​ໄລ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ພ້ອມ​ທັງ​ພະນັກງານ​, ຄູ​-ອາຈານ ​ເຂົ້າ​ຮ່ວມທັງໝົດ 83 ທ່ານ.

     ​ໃນ​ພິທີ ​ທ່ານ ບຸນທາ ຊົ່ງ​ເຢີ​ທ່າວ ຫົວໜ້າກົມ​ຈັດ​ຕັ້ງພະນັກງານ, ກະຊວງ​ຍຸຕິ​ທຳ ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 527/ກຍ, ລົງ​ວັນ​ທີ 13 ມິຖຸນາ 2016 ວ່າ​ດ້ວຍ ​ການ​ອະນຸມັດ​ໃຫ້ ທ່ານ ປອ. ບຸນ​ເສີດ​ ທຳ​ມະ​ວົງ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ ແຂວງ​ສະຫັວນນະ​ເຂດ ອອກ​ພັກຜ່ອນ-ຮັບ​ເບ້ຍ​ບຳນານ ​ແລະ ຜ່ານ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 820/ກຍ, ລົງວັນ​ທີ 12 ກັນຍາ 2016 ວ່າ​ດ້ວຍ ​ການ​ແຕ່ງ​ຕັ້ງ ທ່ານ ສົມ​ສະໜິດ ດອນ​ປະ​ເສີດ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ ເປັນ​ຜູ້​ວ່າການຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ ແຂວງ​ສະຫວັນ​ນະ​ເຂດ ທັງນີ້​ກໍ​ເພື່ອ​ເປັນ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ ໃຫ້​ມີ​ຄວາມໜັກ​ແໜ້ນທາງ​ດ້ານ​ເມືອງ-​ແນວ​ຄິດ, ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່, ໂດຍ​ສະ​ເພາະວຽກງານ​ກໍ່ສ້າງ​ບຸກຄະ​ລາກ​ອນທີ່​ມີ​ຄວາມ​ຮູ້​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ສັງຄົມ.

     ໃນ​ຕອນ​ທ້າຍ​ພິທີ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຊື່​ງທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ທາງສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ ຍາດ​ມາ​ໄດ້​ໃນ​​ໄລຍະ​ຜ່ານ​ມາ. ພ້ອມ​ກັນນັ້ນ, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ສະ​ຖາ​ບັນ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.

       ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ;    ພາບ: ​ວຽງ​ໄຊ