ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງສະຫວັນນະເຂດ ຈັດພິທີມອບໃບຢັ້ງຢືນ ນາມມະຍົດ ຮາກຖານຊາວໜຸ່ມ 4 ບຸກ ສະໄໝທີ III ແລະ ໜ່ວຍຊາວໜຸມ 4 ບຸກ ສະໄໝທີ II

ໃນຕອນເຊົ້າຂອງວັນທີ 10 ສິງຫາ 2018 ຢູ່ທີຫ້ອງປະຊຸມພະແນກຍຸຕິທຳແຂວງ ສະຫວັນນະເຂດ ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ໄດ້ຈັດພິທີປະກາດ ນາມມະຍົດ ຊາວໜຸ່ມ 4 ບຸກ ສະໄໝທີ III ແລະ ໜ່ວຍ ຊາວໜຸ່ມ 4 ບຸກ ສະໄໝທີ II ຂື້ນ ພາຍໃຕ້ການເປັນປະທານຂອງທ່ານ ອຸດອນ ສີສົມບັດ ຄະນະບໍລິຫານງານ ຊາວໜຸ່ມ ແຂວງ ສະຫວັນນະເຂດ ແລະ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມໃນຄັ້ງນີ້ ມີບັນດາແຂກອ້ອມຂ້າງແຂວງ ແລະ ສະມາຊິກຊາວໜຸ່ມພະແນກຍຸຕິທຳເຂົ້າຮ່ວມ ທັງໝົດ 44 ທ່ານ, ຍິງ 18 ທ່ານ.

ພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ສະຫາຍ ທິບທຸລັກ ແກ້ວວົງສາ ຮອງເລຂາ ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ກໍໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018, ພາຍຫຼັງສະຫາຍຮອງເລຂາຮາກຖານຊາວໜຸ່ມໄດ້ຜ່ານບົດສະຫຼຸບແລ້ວ ກໍໄດ້ມອບໃບຢັ້ງຢືນ ນາມມະຍົດ ຊາວໜຸ່ມ 4 ບຸກ ສະໄໝທີ III ແລະ ໜ່ວຍຊາວໜຸມ 4 ບຸກສະໄໝທີ II ພ້ອມທັງ ມອບໃບຍ້ອງຍໍ ຮາກຖານຊາວໜຸ່ມພະແນກຍຸຕິທຳ, ໜ່ວຍຊາວໜຸ່ມ ທັງ 2 ໜ່ວຍ ແລະ ບຸກຄົນ ດີເດັ່ນ ໃນການເຄື່ອນ ໄຫວປະຕິບັດຂໍ້ແຂ່ງຂັນ ຊາວໜຸ່ມ 4 ບຸກ.

ໃນຕອນທ້າຍ ຂອງພິທີ ຄະນະບໍລິຫານງານ ຊາວໜຸ່ມແຂວງ ສະຫວັນນະເຂດ ກໍໄດ້ສະແດງ ຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານ ທີ່ຮາກຖານຊາວໜຸ່ມ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ຊາວໜຸ່ມພະແນກຍຸຕິທຳແຂວງ ຕ້ອງຮັກສານາມມະຍົດ ຊາວໜຸ່ມ 4 ບຸກ, ພ້ອມທັງສຶບຕໍ່ປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ ໂດຍຕິດພັນກັບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະ ເພາະຂອງຕົນ.