ເມືອງສອງຄອນ ເປີດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ V

ໃນວັນທີ 19 ມີນາ 2018 ທີ່ເມືອງສອງຄອນ, ແຂວງ ສະຫວັນນະເຂດ ໄດ້ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ 3 ເດືອນຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນັນ ສິດສານຸພາບ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ສອງຄອນ ແລະ ທ່ານ ມະນີວັນ ແກ້ວພິກຸນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມປະກອບດ້ວຍບັນດາແຂກທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ຫ້ອງການຍຸຕິທຳເມືອງ ພ້ອມດ້ວຍນັກສຳມະນາກອນ ທີ່ມາຈາກກຸ່ມບ້ານ ແລະ ບ້ານອ້ອມຂ້າງເທດສະບານເມືອງ ນອກຈາກນີ້ຍັງມີພະນັງານທີ່ມາຈາກກະຊວງຍຸຕິທຳເຂົ້າຮ່ວມໃນພິທີຄັ້ງນີ້ດ້ວຍ, ຈຳນວນຜູ່ເຂົ້າຮຽນທັງໝົດ 41 ຄົນ, ຍິງ 09 ຄົນ.

ທ່ານ ນາງ ໜູໄທ ໂພທິຈັກ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳເມືອງສອງຄອນ ໄດ້ຂຶ້ນຜ່ານບົດລາຍງານຄວາມພ້ອມໃນການກະກຽມເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ, ຫຼັງຈາກນັ້ນ, ທ່ານ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານ ເຈົ້າເມືອງສອງຄອນ ກ່າວເປີດການຮຽນ-ການສອນ ຢ່າງເປັນທາງການ ພ້ອມທັງມີຄຳເຫັນໂອ້ລົມ ຊຶ່ງບັນດາທ່ານໄດ້ເນັ້ນໃຫ້ບັນດາຄູອາຈານທີ່ມາສິດສອນ ແລະ ນັກສຳມະນາກອນກົດໝາຍຊັ້ນຕົ້ນ ຕ້ອງດຸໝັ້ນຮໍ່າຮຽນ, ເອົາໃຈໃສ່ແລກປ່ຽນບົດຮຽນຈາກບັນດາຄູອາຈານ ດ້ວຍຄວາມຫ້າວຫັນ, ຕ້ອງປະຕິບັດຕາມຫຼັກສູດການຮຽນ-ການສອນ ທີ່ທາງກະຊວງຍຸຕິທຳວາງອອກ ເພື່ອບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.