ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງຫົວພັນ

     ກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຫົວພັນ ໄດ້ໄຂຂຶ້ນໃນທ້າຍເດືອນ ເມສາ 2017 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມຊັ້ນ II ຂອງພະແນກຍຸຕິທຳແຂວງຫົວພັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ແພງວັນ ເສີມຄຳຫຼ້າ ຮອງປະທານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ມີຜູ້ຕາງໜ້າຈາກໜ່ວຍສະຫະພັນແມ່ຍິງ ສະພາປະຊາຊົນແຂວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ໜ່ວຍກຳມະບານ, ໜ່ວຍຊາວໜຸ່ມ ປປ ລາວ ແລະ ສະມາຊິກແມ່ຍິງຂອງພະແນກຍຸຕິທຳ ເຂົ້າຮ່ວມທັງໝົດ  22 ທ່ານ.

     ໃນກອງປະຊຸມ ທ່ານ ນາງ ຕາ ບຸດຊະວົງ ຮອງປະທານໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຊຶ່ງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳ ປະກອບມີ 13 ທ່ານ ແລະ ຕະຫຼອດລະຍະ 3 ປີ ຜ່ານມາ ຄະນະໜ່ວຍສະຫະພັນແມ່ຍິງ ໄດ້ເພີ່ມທະວີການຊີ້ນຳ-ນຳພາ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຊຸກຍູ້ສົ່ງເສີມໃຫ້ສະ ມາຊິກສ້າງສາພັດທະນາເສດຖະກິດຄອບຄົວ, ແກ້ໄຂຄວາມທຸກຍາກຢ່າງຕໍ່ເນື່ອງ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ສ້າງເອື້ອຍນ້ອງແມ່ຍິງໃຫ້ມີຄວາມເຂັ້ມແຂງທຸກດ້ານ ໂດຍຖືເອົາຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະ ພັນແມ່ຍິງລາວວາງອອກ.

     ຈາກນັ້ນ ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການ ເພື່ອສືບຕໍ່ພັດທະນາແມ່ຍິງ, ເພີ່ມທະວີຄວາມເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໂດຍຕິດພັນກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ກໍຄືກົດລະບຽບທີ່ສະຫະພັນແມ່ຍິງລາວວາງອອກ, ຕັ້ງໜ້າປັບປຸງ ແລະ ສ້າງເອື້ອຍນ້ອງແມ່ຍິງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນດ້ານຄຸນທາດການເມືອງ ແລະ  ເສີມຂະຫຍາຍມູນເຊື້ອອັນດີງາມ, ສາມັກຄີປອງດອງ. ຫຼັງຈາກນັ້ນ ສະມາຊິກໜ່ວຍແມ່ຍິງພະແນກຍຸຕິທຳແຂວງຫົວພັນ ກໍໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍແມ່ຍິງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານຕໍ່ໄປ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ພວງເພັດ ເພັດຍາວົງ ພະແນກຍຸຕິທຳແຂວງຫົວພັ­­ນ

ປະເພດຂ່າວ: