ພະແນກຍຸຕິທຳແຂວງຫົວພັນ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ປະຈຳປີ 2015

ໃນວັນທີ 4 ທັນວາ 2015 ຜ່ານມານີ້, ພະແນກຍຸຕິທຳແຂວງຫົວພັນ ໄດ້ຈັດກອງປະຊຸມປະເມີນຜົນການ ຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ປະຈຳປີ 2015 ຢູ່ທ່ີຫ້ອງປະຊຸມຂອງພະແນກດັ່ງກ່າວ; ໂດຍການເປັນ ປະທານຂອງ ທ່ານ ສົມພອນ ອິນຄະວິໄລ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີຜູ່ຕາງໜ້າມາຈາກຄະນະກວດກາ ພັກ-ລັດແຂວງ, ພະແນກພາຍໃນແຂວງ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການເຂົ້າ ຮ່ວມທັງໝົດ 33 ສະຫາຍ, ຍິງ 13 ສະຫາຍ.

ຜູ່ເຂົ້າຮ່ວມກອງ​ປະ​ຊຸ່ມໄດ້ຮັບຟັງການລາຍງານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈຳປີ 2014-2015, ຊຶ່ງສະແດງໃຫ້ເຫັນດ້ານດີ, ຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ. ໃນໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກ-ພະນັກງານລັດຖະກອນ ມີຄວາມ ອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໜັ້ນຕໍ່ການຊີ້ນຳ-ນຳພາຂອງພັກ ກໍຄືຄະນະນຳພະແນກ; ເອົາໃຈໃສ່ໃນການປະຕິບັດວຽກງານສະ ເພາະໃຫ້ໄດ້ຮັບຜົນສຳເລັດ ຊຶ່ງສະແດງອອກໃນການລົງໂຄສະນາເຜີຍແຜ່ກົ​ດໝາຍໃຫ້ກັບພໍ່​ແມ່ປະຊາຊົນບັນດາເຜົ່າ ແລະ ອ້າຍນ້ອງທະຫານຢູ່ແຕ່ລະກົມກອງທະຫານ ໄດ້ຈຳນວນ 251 ຄັ້ງ, ມີ 13 ກົມກອງ, ມີ 242 ບ້ານ, ມີ​ຜູ່​ເຂົ້າ​ຮ່ວມ​ທັງໝົດ 20.471 ຄົນ, ຍິງ 8.036 ຄົນ; ​ໄດ້ນຳເອົາບົດຄວາມກົດໝາຍລົງໂຄສະນາເຜີຍແຜ່ໃຫ້ກັບນັກຮຽນຢູ່ຕາມ ແຕ່ລະໂຮງຮຽນ ໄດ້ 23 ຄັ້ງ, ມີຜູ່ເຂົ້າຮ່ວມຮັບຟັງທັງໝົດ 3.976 ຄົນ, ຍິງ 1.594 ຄົນ; ​ໄດ້ສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ ກັບປະຊາຊົນໄດ້ 17 ຄັ້ງ, ນຳເອົາບົດຄວາມ ແລະ ບົດຂ່າວສົ່ງອອກໜັງສືພິມກົດໝາຍກະຊວງຍຸຕິທຳ ໄດ້ 9 ສະບັບ, ນຳເອົາບົດຄວາມກົດ ໝາຍອອກໂຄສະນາເຜີຍແຜ່ທາງວິທະຍຸກະຈາຍສຽງ ແຂວງຫົວພັນ ໄດ້ 60 ຄັ້ງ; ​ໄດ້​ໂຄສະນາ​ເຜີຍ​ແຜ່ການເຄື່ອນໄຫວ ຂອງພະແນກຍຸຕິທຳແຂວງທາງໂທລະພາບແຂວງ ໄດ້ 10 ຄັ້ງ; ເປີດຮຽນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນໄດ້ 1 ຊຸດ, ມີ 3 ຈຸດ ມີນັກຮຽນ 135 ຄົນ, ຍິງ 16 ຄົນ; ສ້າງຕັ້ງໜ່ວຍ ແລະ ປັບປຸງ, ຝຶກອົບຮົມໜ່ວຍໄກ່ເກັ່ຍຂໍ້ຂັ້ນແຍ່ງຂັ້ນບ້ານໄດ້ 115 ໜ່ວຍ, ມີຄະນະໜ່ວຍ 805 ຄົນ, ຍິງ 115 ຄົນ; ສ້າງບ້ານປອດຄະດີໄດ້ 49 ບ້ານ ແລະ ຄອບຄົວປອດຄະດີໄດ້ 3.214 ຄອບຄົວ; ນຳເອົາກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຢູ່ຕາມໝວດໂຮງຮຽນຕ່າງໆໄດ້ 59 ໝວດໂຮງຮຽນ, ມີຜູ່ເຂົ້າຮ່ວມຮັບຟັງທັງໝົດ 7.125 ຄົນ, ຍິງ 2.967 ຄົນ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍໂດຍ ບໍ່ເສຍຄ່າໄດ້ 114 ຄັ້ງ, ມີ 115 ຄົນ, ຍິງ 19 ຄົນ, ໄດ້ຮັບຄຳຕັດສີນທັງໝົດ 672 ເລື່ອງ; ໃນນີ້ຄະດີແພ່ງ 141 ເລື່ອງ, ຄະດີອາຍາ 531 ເລື່ອງ, ປະຕິບັດຄຳຕັດສີນສຳເລັດ 100 % ໄດ້ 189 ເລື່ອງ, ຄະດີແພ່ງ 76 ເລື່ອງ, ຄະດີອາຍາ 113 ເລື່ອງ, ໄດ້ຮັບການສຳລະທາງແພ່ງເປັນເງິນທັງໝົດ 3.246.074.180 ກີບ. ນອກຈາກນີ້, ຍັງມີເງິນ 6.076.000 ດົງ, 26.357,62 ໂດດາສາຫະລັດ, 2.420 ບາດ; ພວມຈັດຕັ້ງປະຕິບັດຄຳຕັດສີນ 360 ເລື່ອງ, ຄະດີແພ່ງ 56 ເລື່ອງ, ຄະດີອາຍາ 304 ເລື່ອງ, ປະຕິບັດຄຳຕັດສີນບໍ່ໄດ້ 116 ເລື່ອງ, ຄະດີແພ່ງ 9 ເລື່ອງ, ອາຍາ 107 ເລື່ອງ; ໄດ້ຮັບເອກະສານ ແລະ ສັນຍາປະເພດຕ່າງໆເຂົ້າມາຄົ້ນຄວ້າ ເພື່ອຢັ້ງຢືນຄວາມຖືກຕ້ອງໄດ້ທັງໝົດ 396 ສະບັບ. ເກັບຄ່າທຳນຽມ, ຄ່າບໍລິການໄດ້ 71.908.000 ກີບ (ເຈັດສິບເອັດລ້ານເກົ້າແສນແປດພັນກີບ). ຈາກຜົນງານດັ່ງກ່າວສາມາດປະເມີນຜົນພະນັກງານລັດຖະ ກອນໄດ້ຮັບໃບຍ້ອງຍໍ 28 ສະຫາຍ, ຍິງ 13 ສະຫາຍ, ຊົມເຊີຍ 4 ສະຫາຍ.

ປະເພດຂ່າວ: