ພະແນກຍຸຕິທຳແຂວງຫົວພັນ ຈັດພິທີປ້ອງກັນບົດຂອງນັກຝຶກອົບຮົມກົດໝາຍໄລຍະ45 ວັນ

ໃນວັນທີ 23 ມີນາ 2018 ຜ່ານມານີ້ ພະແນກຍຸຕິທຳແຂວງ ຫົວພັນໄດ້ຈັດພິທີປ້ອງກັນບົດຂອງນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂື້ນ ຢູ່ທີ່ສະພາປະຊາຊົນແຂວງ ຫົວພັນ. ພາຍໃຕ້ການເປັນປະທານຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ບຸນລົມ ສີເມືອງວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ມີຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີປ້ອງກັນບົດດັ່ງກ່າວ ໄດ້ແບ່ງນັກຝຶກອົບຮົມ ອອກເປັນ 4 ກຸ່ມ, ມີ 4 ຫົວບົດຄື: 1. ຄວາມຮູ້ທົ່ວໄປກຽ່ວກັບກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ໂດຍສະເພາະ ສາຍພົວພັນທີ່ເຮັດໃຫ້ເກີດສິດ ແລະ ພັນທະທາງດ້ານກົດໝາຍ, 2. ຄວາມຮູ້ທົ່ວໄປກ່ຽວກັບກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນສັນຍາ ລົງເລິກກ່ຽວກັບເງື່ອນໄຂຂອງການເຮັດສັນຍາ, 3. ກົດໝາຍວ່າດ້ວຍກຳມະສິດ ລົງເລິກເງື່ອນໄຂພື້ນຖານທາງດ້ານກົດໝາຍຂອງບຸກຄົນທີ່ຈະກາຍເປັນເຈົ້າກຳມະສິດ ແລະ ຫົວບົດທີ 4. ຄວາມຮູ້ທົ່ວໄປກ່ຽວກັບກົດໝາຍວ່າດ້ວຍ ທີ່ດິນ. ໃນການດຳເນີີນການປ້ອງກັນບົດເຫັນໄດ້ວ່າແຕ່ລະກຸ່ມແມ່ນມີຄວາມເອົາໃຈໃສ່ໃນການຄົ້ນຄ້ວາ, ຕອບຄຳຖາມ, ແລກປ່ຽນບົດຮຽນດ້ວຍຄວາມຮັບຜິດຊອບສູງ ສະແດງໃຫ້ເຫັນການປ້ອງກັນບົດແຕ່ລະກຸ່ມແມ່ນສາມາດເຮັດໄດ້ດີ.

ໃນຕອນທ້າຍຂອງພິທີ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ຍ້ອງຍໍຊົມເຊີຍ ແລະ ໂອ້ລົມຕໍ່ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແລກປ່ຽນບົດຮຽນຕະຫຼອດໄລຍະການຝຶກອົບຮົມ ແລະ ສາມາດດຳເນີນການປ້ອງກັນບົດທັງ 4 ຫົວບົດຕາມຄາດໝາຍໄດ້ສຳເລັດ ພ້ອມທັງເນັ້ນໜັກໃຫ້ເຂົາເຈົ້າສືບຕໍ່ໃນການຜັນຂະຫຍາຍເນື້ອໃນຈິດໃຈຂອງບັນດາກົດໝາຍຕ່າງໆທີ່ໄດ້ຜ່ານການຝຶກອົບຮົມນັ້ນໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ຂຽນຂ່າວ: ພວງເພັດ ເພັດຍາວົງ

ປັບປຸງໂດຍ: ສີປະໄພ.

 

ປະເພດຂ່າວ: