ກົມກວດກາ ກະຊວງຍຸຕິທຳ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ຫົວພັນ

     ກົມກວດກາກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ຫົວພັນ ໃນລະຫວ່າງວັນທີ 26 ຫາ 30 ທັນວາ 2016 ໂດຍການນຳພາຂອງ ທ່ານ ຄຳເພັດ ອຸ່ນເຮືອນ ຮອງຫົວໜ້າກົມກວດກາ ພ້ອມດ້ວຍ ຄະນະ. ການລົງເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບຂອງການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະຂະແໜງການພາຍໃນພະແນກຍຸຕິທຳ ແຂວງ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານທີ່ຍາດມາໄດ້ໃນລະຍະ ຜ່ານມາ ແລະ ພ້ອມກັນປະກອບຄຳຄິດເຫັນເພື່ອປັບປຸງແກ້ໄຂດ້ານອ່ອນ ຂໍ້ຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ. ນອກຈາກນັ້ນ, ຄະນະດັ່ງກ່າວຍັງໄດ້ລົງເຄຶ່ອນໄຫວ ແລະ ເຮັດວຽກງານນຳຫ້ອງການຍຸຕິທຳເມືອງຊຽງຄໍ້ ເພື່ອກວດກາ ເບິ່ງທຶນສົມທົບຂອງກະຊວງຍຸຕິທຳ ແລະ ແຂວງ ກ່ຽວກັບໂຄງການກໍ່ສ້າງຫ້ອງການຍຸຕິທຳ ເມືອງຊຽງຄໍ້ຕຶ່ມອີກ.

     ການລົງເຄຶ່ອນໄຫວເຮັດວຽກຂອງຄະນະໃນຄັ້ງນີ້ ແມ່ນເພື່ອລົງຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດໜ້າທີ່ວຽກງານຮອບດ້ານຂອງພະແນກຍຸຕິທຳແຂວງຫົວພັນ ໃນແຕ່ລະລະຍະ ແລະ ແກ້ໄຂດ້ານອ່ອນຄົງຄ້າງ, ປາ ກົດການຫຍໍ້ທໍ້ຕ່າງໆໃຫ້ທັນການ, ຮັບປະກັນໃຫ້ລະບົບກົງຈັກການຈັດຕັ້ງ ແລະ ການປະຕິບັດໜ້າທີ່ວຽກງານຂອງພະແນກ ໄດ້ເຄື່ອນໄຫວຕາມສິດ, ໜ້າທີ່ ແລະ ພາລະບົດບາດ ທີ່ໄດ້ກຳນົດໄວ້ຕາມຂໍ້ຕົກລົງຂອງ ລັດຖະມົນຕີກະ ຊວງຍຸຕິທຳ ສະບັບເລກທີ 094, ລົງວັນທີ 28 ກໍລະກົດ 2008 ວ່າດ້ວຍການຈັດຕັ້ງ ແລະ ການເຄຶ່ອນໄຫວຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ ເປັນຕົ້ນແມ່ນ ການຊີ້ນຳ-ນຳພາ, ຄຸ້ມຄອງບໍລິຫານ, ການແບ່ງງານ, ການແບ່ງຄວາມຮັບຜິດຊອບ ແລະ ການແກ້ໄຂວຽກງານຕ່າງໆ, ລວມທັງແບບແຜນວິທີເຮັດວຽກໃນລະຍະໃໝ່.

   ໂດຍ: ພວງເພັດ ເພັດຍາວົງ, ນັກຂ່າວພະແນກຍຸຕິທຳແຂວງຫົວພັນ