ສອງແຂວງ ຫົວພັນ-ເຊີນລາ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ

ເພື່ອເປັນການຈັດຕັ້ງປະຕິບັດຕາມບົດບັນທຶກການແລກປ່ຽນບົດຮຽນ ແລະ ການເຮັດວຽກຮ່ວມກັນລະຫວ່າງ ພະແນກຍຸຕິທຳແຂວງ ຫົວພັນ ສປປ ລາວ ກັບ ພະແນກຍຸຕິທຳແຂວງ ເຊີນລາ ສສ ຫວຽດນາມ. ໃນວັນທີ 27 - 30 ພຶດສະພາ 2019 ນີ້. ພະແນກຍຸຕິທຳສອງແຂວງ ຫົວພັນ-ເຊີນລາ ຈຶ່ງໄດ້ສົມທົບກັນລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ, ທ່ານ ກວາງ ວັນ ຮຸ່ງ ຮອງຫົວໜ້າພະແນກຍຸຕິທຳແຂວງ ເຊີນລາ, ຜູ້ເຂົ້າຮ່ວມຂອງສອງພາກສ່ວນມີ ນາຍ ແລະ ພົນທະຫານຊາຍແດນ, ຄະນະພັກກຸ່ມບ້ານ, ນາຍບ້ານ, ຮອງນາຍບ້ານ ແລະ ປະຊາຊົນທັງສອງແຂວງເຂົ້້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການເຄື່ອນໄຫວການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ກໍເພື່ອເຮັດໃຫ້ປະຊາຊົນທັງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນປະຊາຊົນທີ່ອາໄສຢູ່ລຽບຕາມຊາຍແດນແຂວງ ຫົວພັນ-ເຊີນລາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍ ແລະ ລະບຽບການຂອງທັງສອງປະເທດເປັນຕົ້ນແມ່ນ: ບັນດາມາດຕະການຕໍ່ຜູ້ລະເມີດຢາເສບຕິດ, ການເຂົ້າ-ອອກເມືອງບໍ່ຖືກຕ້ອງຕາມກົດໝາຍ, ການລະເມີດພາສີ, ການລັກລອບເອົາຜົວເມຍແບບບໍ່ຖືກຕ້ອງລະຫວ່າງຄົນລາວ ແລະ ຄົນຫວຽດນາມ, ຄົນຫວຽດນາມກັບຄົນລາວ ຢູ່ໃນເຂດຊາຍແດນ. ທັງນີ້ກໍເພື່ອແນໃສ່ເຮັດໃຫ້ປະຊາຊົນໄດ້ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ລຽບຕາມຊາຍແດນ ສອງແຂວງ ຫົວພັນ-ເຊີນລາໃຫ້ຫຼຸດໜ້ອຍຖອຍລົງເທ່ືອລະກ້າວ.

ສຳລັບການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ຝ່າຍແຂວງ ເຊີນລາ ສສ ຫວຽດນາມ ແມ່ນເຮັດວຽກຢູ່ເຂດຕາແສງລ້ອງເສີບ, ເມືອງ ມົກເຈົາ ແລະ ຝ່າຍແຂວງ ຫົວພັນ ສປປ ລາວແມ່ນຢູ່ບ້ານ ປ້ອງ, ເມືອງສົບເບົາ. ກົດໝາຍ ແລະ ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ຝ່າຍແຂວງ ຫົວພັນປະກອບມີ: ກົດໝາຍວ່າດ້ວຍ ຢາເສບຕິດ, ເອກະສານກ່ຽວກັບການແຕ່ງດອງລະຫວ່າງຄົນລາວ ກັບ ຄົນຕ່າງປະເທດ, ເອກະສານກ່ຽວກັບການຍົກຍ້າຍຕັ້ງພູມລຳເນົາເສລີ ແລະ ເອົາຜົວເມຍບໍ່ຖືກຕ້ອງຕາມລະບຽບການຢູ່ເຂດຊາຍແດນ, ເອກະສານກ່ຽວກັບການເຂົ້າ-ອອກເມືອງຜິດກົດໝາຍ, ບາງມາດຕາຂອງກົດໝາຍວ່າດ້ວຍ ພາສີ ກ່ຽວກັບພຶດຕິກຳລັກລອບພາສີ ແລະ ປະຕິບັດນະໂຍບາຍພາສີ, ຝ່າຍແຂວງ ເຊີນລາປະກອບມີ: ກົດໝາຍວ່າດ້ວຍ ລະບຽບຊາຍແດນແຫ່ງຊາດ, ບັນດາຂໍ້ກຳນົດຂອງຫວຽດນາມກ່ຽວກັບການເຂົ້າ-ອອກເມືອງ, ກົດໝາຍວ່າດ້ວຍ ປ້ອງກັນ ແລະ ສະກັດກັ້ນສິ່ງເສບຕິດ ແລະ ເອກະສານກ່ຽວກັບສຳມະໂນຄົວ, ສັນຊາດ ແລະ ການຍົກຍ້າຍຕັ້ງພູມລຳເນົາເສລີ.

ໂດຍ: ພວງເພັດ ເພັດຍາວົງ