ກະຊວງຍຸຕິທໍາເຜີຍແຜ່ດໍາລັດ, ຄໍາແນະນໍາການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ.

ພິທີເຜີຍແຜ່ ແລະ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 19 ຕຸລາ 2018 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ຫົວພັນ. ໂດຍການເຂົ້າຮ່ວມຂອງທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຫົວພັນ ມີທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າພະແນກການ ເລຂາ ຄະນະພັກກຸ່ມບ້ານ ນາຍບ້ານ 12 ໝູ່ບ້ານເທດສະບານເຂົ້າຮ່ວມຮັບຟັງນໍາສໍາລັບເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ມີ ດໍາລັດສະບັບເລກທີ 77 ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ຄໍາແນະນໍາສະບັບເລກທີ 1077 ລົງວັນທີ 3 ກັນຍາ 2018 ຂອງລັດຖະມົນຕີກະຊວງຍຸຕິທໍາກ່ຽວກັບການຈັດຕັ້ງປະຕິບັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີ່ມລະບົບຍຸຕິທຳໄດ້ສະເໜີ.

ຈຸດປະສົງຂອງການລົງເຜີຍແຜ່ດຳລັດ, ຄໍາແນະນໍາ ໃນຄັ້ງນີ້ເພື່ອກໍານົດຫຼັກການ, ລະບຽບການ, ຕິດຕາມກວດກາວຽກງານຊ່ວຍເຫຼືອທາງດ້ານກົດ ໝາຍເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ມີຄວາມສະເໝີພາບຂອງພົນລະເມືອງ ການບໍລິການທາງດ້ານກົດໝາຍໂດຍບໍ່ເສຍຄ່າແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ທ່ານຍັງໄດ້ເນັ້ນໜັກຕື່ມ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດໍາລັດຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງຍຸຕິທໍາໃຫ້ປະກົດຜົນເປັນຈິງ, ມີຈຸດສຸມ, ຖືກທິດທາງ, ມີປະສິດທິຜົນ ແລະ ມີຄວາມເປັນເອກະພາບສູງນັ້ນ ກະຊວງ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ພະແນກຍຸຕິທໍາແຂວງ, ເມືອງ, ສະພາທະນາຍຄວາມ ຕ້ອງບໍລິການທາງດ້ານກົດໝາຍໃຫ້ແກ່ປະຊາຊົນກໍ່ຄືສັງຄົມຢ່າງເທົ່າທຽມກັນ. ພ້ອມກັນນັ້ນພະແນກຍຸຕິທຳແຂວງ ຫົວພັນ ກໍໄດ້ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍຢ່າງເປັນທາງການ ເປັນກຽດເປີດປ້າຍຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໂດຍແມ່ນ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້້າແຂວງ ຫົວພັນ ໂດຍມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພະຍານນຳ.

ຂ່າວ-ພາບ: ພວງເພັດ ເພັດຍາວົງ