ພະແນກຍຸຕິທຳແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ

     ພະແນກຍຸຕິທຳແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານຂື້ນ ໃນວັນທີ 4 ພຶດສະພາ 2017 ຢູ່ທີຫ້ອງປະຊຸມ ຊັ້ນ II ຂອງຫ້ອງການປົກຄອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດ. ມີຜູ້ຕາງໜ້າມາຈາກສະພາປະຊາຊົນແຂວງ, ພະ ແນກການເງິນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກແຜນການ ແລະ ການລົງທຶນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະນັກງານຂອງຫ້ອງທີ່ກ່ຽວຂ້ອງ ຂອງພະແນກຍຸຕິທຳເຂົ້າຮ່ວມນຳ.

 

     ໃນກອງປະຊຸມ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳ ກໍໄດ້ລາຍງານສະພາບຂອງການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນລະຍະຜ່ານມາ ຊື່ງໄດ້ຍົກ ໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານທະບຽນສານ ເປັນຕົ້ນ ການຢັ້ງຢືນຄວາມຖືກຕ້ອງຂອງເອກະສານສັນຍາປະເພດຕ່າງໆ ແລະ ມີບາງສັນຍາຍັງບໍ່ໄດ້ຮັບການຢັ້ງຢືນ ແລະ ກວດກາຈາກນາຍ ທະບຽນສານ. ສະນັ້ນ, ເພື່ອເຮັດໃຫ້ສັນຍາປະເພດຕ່າງໆ ໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງາມກົດໝາຍ ພາກສ່ວນທີ່ກ່ຽວຂ້ອງຕ້ອງເປັນເຈົ້າການແນະນຳໃຫ້ຄູ່ສັນຍານຳເອົາສັນຍານັ້ນ ມາຢັ້ງຢືນນຳອົງການທະບຽນສານສາກ່ອນ ຈື່ງເຮັດໃຫ້ສັນຍາມີຜົນທາງດ້ານກົດໝາຍ. ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຖືກຕ້ອງຕາມຫຼັກການຂອງກົດໝາຍ, ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄູ່ສັນຍາ, ທັງເປັນການສ້າງຄວາມຍຸຕິທຳຢູ່ໃນສັງຄົມ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ນັກຂ່າວ ພະແນກຍຸຕິທຳແຂວງຫົວພັນ