ພະແນກຍຸຕິທຳແຂວງ ຫົວພັນ ລົງຕິດຕາມ, ຊຸກຍູ້ການຮຽນ-ການສອນກົດໝາຍລະຍະສັ້ນ 45 ວັນ

     ໃນວັນທີ 26 ກຸມພາ 2018 ນີ້. ໂດຍການນຳພາຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ ພ້ອມດ້ວຍຄະນະໄດ້ລົງຕິດຕາມ, ຊຸກຍູ້ ການຮຽນ-ການສອນກົດໝາຍລະຍະສັ້ນ 45 ວັນ ຢູ່ທີ່ ຫ້ອງວ່າການສະພາປະຊາຊົນແຂວງ ຫົວພັນ.

     ເຊິ່ງໄດ້ເປີດຮຽນມາແລ້ວໃນວັນທີ 16 ມັງກອນ 2018 ແລະ ຈະປິດການຮຽນໃນວັນທີ 30 ມີນາ 2018 ດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະນຳຕໍ່ກັບການຮຽນ - ການສອນກົດໝາຍລະຍະສັ້ນ 45 ວັນ ຈຶ່ງໄດ້ລົງຕິດຕາມ, ຊຸກຍູ້ ທັງເປັນການກວດກາ ຕີລາຄາຄວາມຮູ້ຄວາມເຂົ້າໃຈຂອງບັນດານັກຝຶກອົບຮົມ  ເຊິ່ງໄດ້ເຂົ້າຮ່ວມຝຶກອົບຮົມກົດໝາຍມາໄດ້ລະຍະ 1 ເດືອນ, ໃນຊ່ວງລະຍະ 1 ເດືອນຜ່ານມາ ການຝຶກອົບຮົມສາມາດສັງເກດຕີລາຄາເຫັນໄດ້ວ່າ: ນັກຝຶກອົບຮົມແມ່ນໄດ້ເອົາໃຈໃສ່ໃນການສຶກສາ-ຄົ້ນຄວ້າ ແລກປ່ຽນບົດຮຽນລະຫວ່າງຄູອາຈານ ແລະ ນັກຝຶກອົບຮົມດ້ວຍກັນໂດຍສະເພາະແມ່ນການຍົກເອົາບັນຫາທີ່ເກີດຂື້ນໃນຕົວຈິງຂອງສັງຄົມ ນຳມາສົນທະນາແລກປ່ຽນບົດຮຽນນຳກັນ ແລະ ຊອກວິທີແກ້ບັນຫາດັ່ງກ່າວໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ.

     ນອກຈາກນັ້ນ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ ຍັງໄດ້ມີຄຳເຫັນໂອ້ລົມ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຂະບວນການຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ທີ່ໄດ້ຕັ້ງໜ້າສຶກສາ-ຄົ້ນຄ້ວາ ແລກປ່ຽນບົດຮຽນ ຢ່າງເປັນຂະບວນການຟົດຟື້ນ ແລະ ໃຫ້ນັກຝຶກອົບຮົມສືບຕໍ່ຕັ້ງໜ້າຄົ້ນຄວ້າແລກປ່ຽນບົດຮຽນນຳຄູອາຈານຈົນກວ່າການຝຶກອົບຮົມຈະສຳເລັດລົງ, ທັງນີ້ກໍ່ເພື່ອສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ແກ່ນັກຝຶກອົບຮົມ ນຳໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານໃນກົມກອງຂອງຕົນໃຫ້ມີປະສິດທິພາບ ມີປະສິດທິຜົນດີຂື້ນກວ່າເກົ່າ.

                                                              ຂ່າວ, ພາບ: ພວງເພັດ ເພັດຍາວົງ ພະແນກຍຸຕິທຳແຂວງ ຫົວພັນ

                                                                            ກວດແກ້ ແລະ ປັບປຸງໂດຍ: ພັກມີໄຊ ບົວຕົງມົວ