ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຊຸດທີ I ປະຈຳປີ 2018 ຢູ່ເມືອງ ຫົວເມືອງ ແຂວງ ຫົວພັນ.

ໃນວັນທີ 17 ຕຸລາ 2018 ນີ້. ຫ້ອງການຍຸຕິທຳເມືອງ ຫົວເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ຫົວເມືອງ ແຂວງ ຫົວພັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກເມືອງ ເຈົ້າເມືອງ ຫົວເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວຜູ້ເຂົ້າຮ່ວມກໍໄດ້ຮັບຟັງການສະຫຼຸບລາຍງານສະພາບຂອງການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນຊຸດທີ I ປະຈຳປີ 2018. ຊຶ່ງທ່ານໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຝຶກອົບຮົມກົດໝາຍ ໃນຄັ້ງນີ້ທັງນີ້ກໍເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງຢູ່ບັນດາຫ້ອງການອ້ອມຂ້າງເມືອງ, ກົມກອງທະຫານ, ຕຳຫຼວດ. ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດນີ້ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 32 ທ່ານ, ຍິງ 11 ທ່ານ. ສຳລັບຫຼັກສູດການຮຽນ - ການສອນທັງໝົດມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ. ຜ່ານການຄົ້ນຄວ້າຮໍ່າຮຽນໄດ້ເຮັດໃຫ້ນັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາເນື້ອໃນກົດໝາຍນັບມື້ຫຼາຍຂຶ້ນ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຂັ້ນນຳຂອງເມືອງ.

ໃນພິທີ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ໃຫ້ກຽດມອບໃບຍັ້ງຢຶນໃຫ້ແກ່ນັກຝຶກອົບຮົມຈຳນວນ 32 ທ່ານ, ຍິງ 11 ທ່ານ ທີ່ໄດ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ທ່ານກໍຍັງໃຫ້ກຽດໂອ້ລົມຕໍ່ນັກຝຶກອົບຮົມຕື່ມອີກ ຊຶ່ງກ່ອນອື່ນໝົດຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານທີ່ໄດ້ເອົາໃຈໃສ່ໃນການຊີ້ນຳ - ນຳພາຄົ້ນຄວ້າ, ສິດສອນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ສຳລັບນັກຝຶກອົບຮົມກໍໄດ້ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮ່ຳຮຽນຕະຫຼອດໄລຍະ 45 ວັນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ. ພາຍຫຼັງທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ກໍກັບຄືນສູ່ຫ້ອງການ, ກົມກອງຂອງຕົນ, ຕ້ອງນຳເອົາບົດຮຽນ, ຄວາມຮູ້ຄວາມສາມາດດ້ານກົດໝາຍທີ່ໄດ້ສຶກສາຮໍ່າຮຽນມາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນຫ້ອງການ ແລະ ກົມກອງຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນດີຂຶ້ນເລື້ອຍໆ.

ໂດຍ: ພວງເພັດ ເພັດຍາວົງ