ພິທີ ປິດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ຊຸດທີ I ແລະ ການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນຊຸດທີ VII

ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນວັນທີ 18 ພຶດສະພາ 2018 ຜ່ານ​ມາ, ທີ່ສະໂມສອນເມືອງ ວຽງໄຊ ແຂວງ ຫົວພັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີ​ບັນດາ​ຄະນະ​ນຳ​ຂອງ​ເມືອງ ວຽງ​ໄຊ, ມີທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານສອນ ແລະ ນັກສຳ​ມະ​ນາກ​ອນ ເຂົ້າຮ່ວມຢ່າງພ້ອມພຽງ.

 ໃນພິທີ ທ່ານ ພັນສີ ທິບມະນີ ຫົວໜ້າຫ້ອງການຍຸຕິທໍາ​ ເມືອງ ວຽງ​ໄຊ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນ, ການເມືອງ-ການປົກຄອງ ແລະ ການ​ຮຽນກົດໝາຍຊັ້ນຕົ້ນ ປະຈຳ​ປີ 2018 ຊຶ່ງການຮຽນ-ການສອນດັ່ງກ່າວ​ໄດ້ດຳ​ເນີນ​ມາ​​ເລີ່​ມ​ແຕ່ວັນທີ 12 ກຸມພາ ຫາ​ ວັນ​ທີ 18 ພຶດສະພາ 2018 ມີສຳມະນາກອນ​ເຂົ້າຮໍ່າຮຽນທັງໝົດ 52 ຄົນ, ຍິງ 14 ຄົນ, ໃນນີ້ ຮຽນທິດສະດີການເມືອງ-ການປົກຄອງຈຳນວນ 32 ຄົນ, ຍິງ 9 ຄົນ ຫຼັກສູດ​ການ​ຮຽນປະກອບມີ 9 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 393 ຊົ່ວໂມງ ແລະ ນັກຮຽນກົດໝາຍຊັ້ນຕົ້ນຈຳນວນ 20 ຄົນ, ຍິງ 5 ຄົນ ປະກອບມີ 37 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 450 ຊົ່ວໂມງ, ຊຶ່ງຕະຫຼອດໄລຍະ 3 ເດືອນ ນັກສຳ​ມະ​ນາກ​ອນທັງສອງລະບົບ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ການນຳເອົາກໍລະນີ​ສຶກສາທີ່ເກີດຂຶ້ນຕົວ​ຈິງ ມາຄົ້ນຄວ້າ ​ແລະ ຮ່ວມ​ກັນແກ້ໄຂ, ເຮັດໃຫ້ນັກສຳ​ມະ​ນາ  ກ​ອນໄດ້ຮັບຮູ້ ແລະ ເຂົ້້າ​ໃຈ ຕໍ່ກັບການແກ້ໄຂຂໍ້​ຂັດ​ແຍ່ງຕ່າງໆ​ທີ່​ເກີດ​ຂຶ້ນຢ່າງຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ຜ່ານການຮຽນ-ການສອນທິດສະດີການ​ເມືອງ ແລະ ກົດໝາຍຊັ້ນ​ຕົ້ນ​ໃນຄັ້ງນີ້ ສາມາດຈັດ​ລະດັບ​ນັກສຳມະນາກອນ ໄດ້ດັ່ງ​ນີ້: ລະດັບເກດ  A ມີຈຳນວນ 34 ຄົນ, ຍິງ 13 ຄົນ ແລະ ລະດັບເກດ B ມີຈຳນວນ 18 ຄົນ, ຍິງ 1 ຄົນ.

ໃນຕອນທ້າຍຂອງພິທີ ທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ກໍ່​ໄດ້ມີ​ຄຳ​ເຫັນໂອ້ລົມຕໍ່​ພິທີ ຊຶ່ງທ່ານ​ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ເອົາ​ໃຈ​ໃສ່, ສິດສອນ ​ແລະ ຮ່ຳ​ຮຽນ ຕະຫຼອດໄລຍະ 3 ເດືອນ. ພ້ອມ​ກັນນັ້ນ​ທ່ານ​ ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກ​ສຳ​ມະ​ນາກ​ອນນຳເອົາຄວາມ​ຮູ້​​ທາງດ້ານທິດສະດີການ​ເມືອງ ແລະ ກົດໝາຍ ທີ່​ໄດ້​ຮ່ຳຮຽນມາ​ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່​ຕົນ​​ຮັບຜິດຊອບ​ໃຫ້​ປະສົບ​ຜົນສຳ​ເລັດ ຕາມ​ຄາດໝາຍ.

ຂ່າວ  ​ແລະ ພາບ: ພວງ​ເພັດ ພະ​ແນ​ກຍຸຕິ​ທຳ​ແຂວງ​ຫົວພັນ

ປັບປຸງ​ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ