ໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ແລະ ໜ່ວຍຊາວໜຸ່ມບ້ານ ຫາດກອກ ແລກປ່ຽນ ບົດຮຽນຊຶ່ງກັນ ແລະ ກັນ

ໃນວັນທີ 29 ພຶດສະພາ 2019 ນີ້, ໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ແລະ ໜ່ວຍຊາວໜຸ່ມບ້ານ ຫາດກອກໄດ້ຈັດພິທີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຂຶ້ນຢູ່ທີຫ້ອງປະຊຸມພະແນກຍຸຕິທໍາແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງເພັດ ຄໍາບຸນມີ ເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ. ຜູ້ເຂົ້້າຮ່ວມຂອງ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ, ສະຫາຍ ປັນ ຍາຈິດ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ຊໍາເໜືອ, ທ່ານ ເຂັມທອງ ເມືອງວັນໄຊ ນາຍບ້ານ ຫາດກອກ, ມີຜູ້ຕາງໜ້າມາຈາກ ສະພາປະຊາຊົນແຂວງ, ອົງການໄອຍະການແຂວງ ແລະ ສານປະຊາຊົນແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມທັງສອງຝ່າຍເຂົ້້າຮ່ວມ.

ໃນພິທີທັງສອງຝ່າຍກໍໄດ້ຜັດປ່ຽນກັນລາຍງານວຽກງານຮອບດ້ານຂອງໜ່ວຍຊາວໜຸ່ມແຕ່ລະຝ່າຍ, ຊຶ່ງສະແດງອອກໃຫ້ເຫັນດ້ານດີ, ຜົນງານທີ່ຍາດມາໄດ້ ແລະ ດ້ານອ່ອນ ຂໍ້ຄົງຄ້າງທີ່ທັງສອງໜ່ວຍຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ແຕ່ລະໜ່ວຍແມ່ນຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພາຍໃນໜ່ວຍມີຄວາມອຸ່ນອ່ຽນ-ທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ກົດໝາຍຂອງລັດກໍຄືກົດລະບຽບຂອງຊາວໜຸ່ມເປັນຢ່າງດີ, ຈາກນັ້ນຜູ້ເຂົ້້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານຂອງທັງສອງຝ່າຍ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນບົດລາຍງານຄົບຖ້ວນສົມບູນທັງນີ້ກໍເພື່ອຍົກສູງຕໍ່ກັບວຽກງານຊາວໜຸ່ມໃຫ້ມີຄວາມໜັກແໜ້ນເຂັ້ມແຂງມີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ ໃຫ້ນັບມື້ດີຂຶ້ນກວ່າເກົ່າ ໃນການພົບປະແລກປ່ຽນບົດຮຽນກັນຂອງສອງໜ່ວຍຊາວໜຸ່ມຄັ້ງນີ້ສອງຝ່າຍກໍໄດ້ເຊັນບົດບັນທຶກຮ່ວມກັນໂດຍຖືເອົາກໍານົດເວລາ 1 ປີໃດ ຕ້ອງໄດ້ແລກປ່ຽນ ແລະ ສ້າງກິດຈະກໍາຮ່ວມກັນ ໂດຍການຜັດປ່ຽນກັນເປັນເຈົ້າພາບຕ້ອນຮັບ. ຫຼັງຈາກນັ້ນ, ກໍໄດ້ຈັດພິທີມອບໃບຢັ້ງຢືນ 4 ບຸກປະຈໍາປີ 2018 ໃຫ້ແກ່ສະມາຊິກຊາວໜຸ່ມພະແນກຍຸຕິທໍາທັງໝົດ 24 ສະຫາຍ, ຍິງ 9 ສະຫາຍ.
ໃນຕອນທ້າຍຂອງພິທີ ສະຫາຍ ວົງເພັດ ຄໍາບຸນມີ ເລຂາ ຄະນະບໍລິຫານງານ ຊາວໜຸ່ມແຂວງ ກໍໄດ້ມີຄໍາເຫັນໂອ້ລົມ ຕໍ່ກັບໜ່ວຍຊາວໜຸ່ມທັງສອງຝ່າຍ ໃຫ້ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມກັນເປັນເຈົ້າການໃນການຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກທີ່ທັງສອງຝ່າຍໄດ້ເຊັນຮ່ວມກັນໃນມື້ນີ້.
ຫຼັງຈາກສໍາເລັດການພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນແລ້ວ ສະມາຊິກຊາວໜຸ່ມທັງສອງຝ່າຍກໍໄດ້ສ້າງກິດຈະກໍາແຂ່ງຂັນກິລາປະເພດຕ່າງໆຮ່ວມກັນ ເຊັ່ນ: ຕໍ່ແລ້, ກະຕໍ້ ແລະ ຕີບູ່ນ ດ້ວຍບັນຍາກາດອັນຟົດຟື້ນ.

ໂດຍ: ປັອກແກ້ວ ຮຸ່ງຕະພີມ