ພະແນກຍຸຕິທໍາແຂວງຫຼວງນໍ້າທາລົງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານຫຼັກແຫຼງຂັ້ນເມືອງ

ໃນວັນທີ 22 ສິງຫາ 2019 ທີ່ຜ່ານມາ ພະແນກຍຸຕິທຳ ແຂວງຫຼວງນ້ຳທາ ໄດ້ລົງໂຄສະນາເຜີຍແຜ່ກົດ ໝາຍ ຢູ່ທີ່ສະໂມສອນຂອງເມືອງຫຼວງນ້ຳທາ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຫຼ້າປະເສີດ ສີປະເສີດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫຼວງນ້ຳທາ ແລະ ທ່ານ ຄຳໝັ້ນ ວັນຄຳ ຫົວໜ້າພະແນກຍຸຕິທໍາ, ມີກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ເລຂາພັກຮາກຖານ, ເລຂາພັກບ້ານ, ພະນັກງານອ້ອມຂ້າງເມືອງ ພ້ອມດ້ວຍ ວີຊາການ ພາຍໃນພະແນກຍຸຕິທຳ ແລະ ພະນັກງານຫ້ອງການຍຸຕິທຳເມືອງຫຼວງນໍ້າທາ ເຂົ້າຮ່ວມ ຈຳນວນ 64 ຄົນ, ຍີງ 16 ຄົນ.

ໃນພິທີ ທ່ານ ຄຳໝັ້ນ ວັນຄຳ ຫົວໜ້າພະແນກຍຸຕິທຳ ກໍໄດ້ກ່າວຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍ ແລະ ໄດ້ຜ່ານດຳລັດເລກທີ 77/ລບ, ລົງວັນທີ 28/2/2018 ວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດ ໝາຍ ແລະ ຄຳແນະນຳເລກທີ 1077/ກຍ, ລົງວັນທີ 3/9/2018 ວ່າດ້ວຍ ການຊ່ວຍເຫຼືອທາງດ້າກົດໝາຍ.

ກົດໝາຍທີ່ນຳມາໂຄສະນາເຜີຍແຜ່ຄັ້ງນີ້ມີ ຄວາມຮູ້ທົ່ວໄປກ່ຽວກັບນິຕິກຳ, ກົດວ່າດ້ວຍ ການສ້າງນິຕິກຳ ແລະ ກົດໝາຍວ່າດ້ວຍ ທະບຽນສານ, ແມ່ນຖືເອົາພະນັກງານທີ່ເຂົ້າຮ່ວມ ເປັນໃຈກາງໃນການແລກປ່ຽນບົດຮຽນ,ຍົກເອົາພຶດຕິກຳຕົວຈຶ່ງຂຶ້ນມາສົນທະນາ. ເພື່ອຄວາມກະຈ່າງແຈ້ງ ແລະ ຄວາມເຂົ້າໃຈໃຫ້ຊັດເຈັນຂຶ້ນ, ຜ່ານການໂຄສະນາ ເຫັນວ່າຜູ້ເຂົ້າຮ່ວມມີຄວາມສົນໃຈຕໍ່່ສົນໃຈ ແລະ ເອົາໃຈໃສ່ຮັບຟັງດ້ວຍຄວາມຕັ້ງໃຈ ຊຶ່ງສະແດງອອກຢູ່ບ່ອນວ່າ: ຜູ້ເຂົ້າຮ່ວມໄດ້ຍົກຄຳຖາມຂຶ້ນມາສົນທະນາຫຼາຍພໍສົມຄວນ, ໂດຍສະເພາະແມ່ນຍົກເອົາບັນຫາຕົວຈິງທີ່ເກີດຂຶ້ນມາແລກປ່ຽກ ໂດຍອີງໃສ່ກົດໝາຍເປັນຫຼັກ.

ໃນຕອນທ້າຍ ທ່ານ ຫຼ້າປະເສີດ ສີປະເສີດ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຫຼວງນ້ຳທາ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໜັກໃຫ້ກັບພະນັກງານເມືອງຂອງພວກເຮົາຈົ່ງເຊີດຊູຄວາມຮັບຜິດຊອບ,ທາງດ້ານກົດໝາຍ ສະແດງຄວາມຊົມເຊີຍຕໍ່ພະແນກຍຸຕິທຳ ແລະ ຫ້ອງການຍຸຕິທຳເມືອງຫຼວງນ້ຳທາ ທີ່ໄດ້ເອົາໃຈໃສ່ຕໍ່ວຽກງານໂຄສະນາເຜີຍແຜ່ກົດໝາຍ. ເຮັດໃຫ້ພະນັກງານ-ລັດຖະກອນໄດ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພື່ອສ້າງສະຕິເຄົາລົບກົດໝາຍໃຫ້ນັບມືສູງຂຶ້ນ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ນາງ ລັດຕະນາພອນ ນາບຸນແພງ