ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ລົງພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ພະແນກຍຸຕິທຳແຂວງຫຼວງພະບາງ

     ໃນຕອນເຊົ້າຂອງວັນທີ 20 ກຸມພາ 2017 ຜ່ານມານີ້ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານພະແນກຍຸຕິທຳ ແຂວງຫຼວງພະບາງ ໂດຍການຕ້ອນຮັບຂອງທ່ານ ມີໄຊ ໄຊເກີ່ຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມທັງໝົດ 44 ທ່ານ, ຍິງ 19 ທ່ານ.

     ທ່ານ ມີໄຊ ໄຊເກີ່ຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ກໍໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ແບບແຜນວິທີເຮັດວຽກວິຊາສະເພາະໃນລະຍະຜ່ານມາ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ຮັບຟັງການຜ່ານ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕຳແໜ່ງງານຄືນໃໝ່ໃຫ້ມີຄວາມສອດຄ່ອງກັບຕົວເລກລັດຖະກອນທີ່ລັດຖະບານໄດ້ແບ່ງໃຫ້ ໂດຍສະເພາະການແຕ່ງຕັ້ງ, ຍົກຍ້າຍພະນັກງານທີ່ມີຕຳແໜ່ງຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ມີແລ້ວ.

    ໃນຕອນທ້າຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັັກໃຫ້ຄະນະພະແນກ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະ ກອນ ພາຍໃນພະແນກຂອງຕົນໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມກົມກຽວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງພະແນກມີຄວາມສະດວກ, ວ່ອງໄວ, ຍຸຕິທຳ ແລະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ, ປະລິມານ ແລະ ຄຸນນະພາບ ຂອງວຽກງານກໍນັບມື້ນັບສູງຂຶ້ນຢ່າງບໍ່ຢຸດຢັ້ງ.

 

ພາບ, ຂ່າວ: ຂະແໜງກົດໝາຍ ແລະ ໂຄສະນາອົບຮົມກົດໝາຍ ພະແນກຍຸຕິທຳແຂວງຫຼວງພະບາງ.

ປັບປຸງໂດຍ : ສີປະໄພ