Submitted by xaiyphimphone on
ທີ່ເມືອງປາກອູ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບຫ້ອງການຍຸຕິທໍາຫຼັງໃໝ່ຂຶ້ນ ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2017 ໂດຍການເປັນປະທານຂອງ ທ່ານ ປອ ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ທ່ານ ອູຕິງ ບັນດາລັກ ຮອງເຈົ້າເມືອງເມືອງປາກອູ, ທ່ານ ຄອນສີ ຄອນຈະເລີນ ຮອງຫົວໜ້າພະແນກຍຸຕິທໍາແຂວງຫຼວງພະບາງ, ມີຄະນະປະຈໍາ, ກໍາມະການພັກເມືອງ, ຄະນະພະແນກການຂັ້ນແຂວງ, ບັນດາຫົວໜ້າ ຫ້ອງການຂັ້ນເມືອງ, ຫົວໜ້າບໍລິສັດ ແລະ ແຂກຖືກເຊີນເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີ ຫົວໜ້າບໍລິສັດວັດທະນາກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈໍາກັດຜູ້ດຽວ ກໍໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການກໍ່ສ້າງຫ້ອງການຍຸຕິທໍາເມືອງປາກອູ ນັບແຕ່ມື້ອອກໃບສັ່ງວຽກຈົນເຖິງມື້ກວດກາ ໜ້າວຽກຖືວ່າສໍາເລັດ 100%. ຫັງຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບ-ຮັບຫ້ອງການຍຸຕິທໍາເມືອງປາກອູຫຼັງໃໝ່, ກ່າວມອບໂດຍ ຫົວໜ້າບໍລິສັດວັດທະນາກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈໍາກັດຜູ້ດຽວ ແລະ ກ່າວ ຮັບໂດຍ ທ່ານ ອູຕິງ ບັນດາລັກ ຮອງເຈົ້າເມືອງໆປາກອູ ລວມມູນຄ່າກໍ່ສ້າງທັງໝົດ 1 ຕື້ 300 ກວ່າລ້ານກີບ.
ຕອນທ້າຍຂອງພິທີ ທ່ານ ປອ ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງບໍລິສັດຜູ້ຮັບເໝົາກໍ່ສ້າງ ທີ່ໄດ້ສ້າງສໍາເລັດຕາມແຜນການ ພ້ອມດ້ວຍດຽວກັນນັ້ນ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມອບປຶ້ມກົດໝາຍ 4 ຂົງເຂດ ຈໍານວນ 10 ຊຸດ ໃຫ້ແກ່ຫ້ອງການຍຸຕິທໍາເມືອງປາກອູ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ.
ຂຽນຂ່າວ: ໄຊຍະສິດ ຖ່າຍພາບ ໂດຍ: ສົມຫັວງ
ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ