ເມືອງໂພນທອງ ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ຮຸ້ນທີ VI ປະຈໍາປີ 2018

     ພິທີດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າຂອງ ວັນທີ 28 ກຸມພາ 2018 ຢູ່ທີ່ ຫ້ອງປະຊຸມຂອງຫ້ອງການຍຸຕິທຳເມືອງໂພນທອງ ແຂວງຫຼວງພະບາງ. ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ແກ້ວລາວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີທ່ານ ກອງຄຳ ທະວີຈິດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ເຂົ້າຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ ທ່ານ ສົມບັດ ຈັນທະມາໄລ ຮອງຫົວໜ້າຫ້ອງການຍຸຕິທຳເມືອງໂພນທອງ ກໍໄດ້ຂຶ້ນລາຍງານກ່ຽວກັບການກະກຽມການຮຽນ-ການສອນກົດໝາຍຊັ້ນຕົ້ນ ຫຼັກສູດ 3 ເດືອນ ຮຸ້ນທີ່ VI ຊຶ່ງການຮຽນໃນເທື່ອນີ້ໄດ້ເລີ່ມເປີດຢ່າງເປັນທາງການ ໃນວັນທີ 28 ກຸມພາ 2018 ທີ່ຜ່ານມາແລະ ຈະດຳເນີນໄປຈົນເຖິງວັນທີ 30 ພຶດສະພາ 2018 ຈຶ່ງຈະສຳເລັດ, ວິຊາທີ່ໄດ້ມາສິດສອນ ແລະ ຮຽນທັງໝົດມີ 25 ວິຊາ, ມີຜູ້ເຂົ້າຮ່ວມຮຽນທັງໝົດ 35 ທ່ານ, ຍິງ 11 ທ່ານ.

     ໃນຕອນທ້າຍຂອງພິທີ ທ່ານ  ຄຳຜາຍ ແກ້ວລາວັນ ຮອງເລຂາພັກເມືອງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ເພື່ອຍາດແຍ່ງເອົາຄວາມຮູ້ ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການນຳຄູ-ອາຈານ ແລະ ເຂົ້າຮ່ວມຮຽນຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການຮຽນ-ການສອນກົດໝາຍຊັ້ນຕົ້ນໃນເທື່ອນີ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ຂຽນຂ່າວໂດຍ: ນ. ສີປະໄພ