ພິທີປິດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງຂອງແຂວງອັດຕະປື

    ພິທີປິດການຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື  ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ເປັນ ກຽດເຂົ້າຮ່ວມໃນພິທີຂອງ ທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານຫົວໜ້າຫ້ອງການ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຄະນະພະແນກຍຸຕິທຳແຂວງ, ຄູ, ອາຈານ, ສຳມະນາ ກອນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີປິດ ທ່ານ ສີໄລ ສີສະແຫວງສຸກ ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ. ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນມາແຕ່ວັນທີ 1 ສິງ ຫາ 2017 ແລະ ປິດລົງໃນວັນທີ 3 ຕຸລາ 2017 ຕາມໂຄງການຫຼັກສູດວິຊາຮຽນ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ ຊຶ່ງສຳມະນາກອນ ແມ່ນມາຈາກບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ບັນ ດາຫ້ອງການຈາກ 5 ຕົວເມືອງ ລວມທັງໝົດ 47 ທ່ານ, ຍິງ 9 ທ່ານ.

     ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຍິນດີຕໍ່ສຳມະນາກອນ ທຸກທ່ານ ທີ່ໄດ້ເອົາໃຈໃສ່, ຕັ້ງໃຈສຶກສາຮ່ຳຮຽນຈົນຍາດໄດ້ຜົນສຳເລັດຕາມລະດັບຄາດໝາຍ. ພ້ອມດຽວກັນນັ້ນທ່ານຍັງຮຽກຮ້ອງໃຫ້ສຳມະນາກອນທຸກທ່ານ ຈົ່ງສືບຕໍ່ເອົາໃຈໃສ່ຄົ້ນຄວ້າບັນດາເນື້ອໃນກົດໝາຍທີ່ໄດ້ຮ່ຳຮຽນ ແລ້ວນັ້ນ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ.

ຂຽນຂ່າວ:  ສີປະໄພ  ຖ່າຍພາບໂດຍ: ສຸກສາຄອນ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: