ຊາວໜຸ່ມພະແນກຍຸຕິທຳແຂວງ ອັດຕະປື ສະຫຼຸບຜົນງານ 5 ປີ

ຕອນເຊົ້າຂອງວັນທີ 16 ສິງຫາ 2019 ເວລາ 8 ໂມງ 00 ນາທີ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງອັດຕະປື ໄດ້ໄຂກອງປະຊຸມໜ່ວຍຊາວໜຸ່ມຄັ້ງທີ III ປີ 2019 ຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາໜ່ວຍພັກ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ຄຳໄໝ ແສງມະນີ ຄະນະພັກພະແນກຍຸຕິທຳ ຮອງຫົວໜ້າພະແນກຍຸຕິທຳແຂວງອັດຕະປື ແລະ ສະຫາຍ ວິໄລ ໄຊຍະວົງສາ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳ ແຂວງອັດຕະປື ມີຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ກວດກາ ພ້ອມດ້ວຍເລຂາໜ່ວຍຊາວໜຸ່ມຂອງບັນດາພະແນກການ, ອົງການທຽບເທົ່າອອ້ມຂ້າງແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີ ໃນຕໍ່ໜ້າ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດຂອງສະມາຊິກພາຍໃນໜ່ວຍຊາວໜຸ່ມພະແນກຍຸຕິທຳຕໍ່ກັບຂໍ້ແຂ່ງຂັນ 4 ບຸກ ທີ່ທາງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ວາງອອກ. ໃນພິທີ, ສະຫາຍ ວິໄລ ໄຊຍະວົງສາ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ອັດຕະປື ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ແຜນການຮັບຮອງປະຕິບັດຂໍ້ແຂ່ງຂັນສ້າງໜ່ວຍຊາວໜຸ່ມ 4 ບຸກ ປະຈຳປີ 2019. ຈາກນັ້ນ, ກໍໄດ້ດໍາເນີນປ່ອນບັດຄັດເລືອກເອົາເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ສະຫາຍ, ຍິງ 1 ສະຫາຍ ຜົນຂອງການປ່ອນບັດສາມາດເລືອກໄດ້ 1. ສະຫາຍ ວິໄລ ໄຊຍະວົງ, 2. ສະຫາຍ ຈິດຕະພອນ ລິນດາລິດ, 3. ສະຫາຍ ນ ດາວອນ ອຸ່ນວັນນາ ກອງປະຊຸມໄດ້ມີການມອບໃບຍ້ອງຍໍໃຫ້ຊາວໜຸ່ມທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 5 ປີ ຜ່ານມາ.
ໃນຕອນທ້າຍປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທີ່ຍາດແຍ່ງມາໄດ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ສະມາຊິກທຸກສະຫາຍເອົາໃຈໃສ່ເພີ່ມທະວີຈັດຕັ້ງປະຕິບັດຕາມແນວທາງຂອງພັກ ກໍຄືຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ເຕົ້າໂຮມຄວາມສາມັກຄີ, ແກ້ໄຂປາກົດການຫຍໍ້ທໍ້, ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ຍົງສູງຄວາມຮັບຜິດຊອບ, ຊຸກຍູ້ຂະບວນການຊາວໜຸ່ມ ແລະ ພ້ອມພຽງກັນຮັກສາມູນເຊື້ອອັນດີງາມ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ທາງຂັ້ນເທິງມອບໝາຍ, ສືບຕໍ່ຊີ້ນຳ-ນຳພາໜ່ວຍຊາວໜຸ່ມໃຫ້ມີຜົນງານອັນໃໝ່ໆ, ຫັນບັນດາແຜນການ, ໂຄງການ ແລະ ກິດຈຳກຳອັນລະອຽດໃຫ້ປາກົດຜົນເປັນຈິງ. 

ພາບຖ່າຍ ແລະ ບົດຂ່າວ: ສ.ເມືອງຫຼວງ