ກົມຄຸ້ມຄອງລະບົບຍຸຕິທຳ ລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານປີ 2018 ທີ່ແຂວງອັດຕະປື.

ຕອນເຊົ້າຂອງວັນທີ 28 ພຶດສະພາ 2018 ນີ້ ເວລາ 8 ໂມງ 00 ນາທີ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ໄດ້ຕ້ອນຮັບທ່ານ ສີສຸພັນ ທອງສາຍທາລາ ຮອງກົມສົ່ງເສີມລະບົບຍຸຕິທຳ ພ້ອມດ້ວຍຄະນະ ທີ່ມາຈາກກະຊວງຍຸຕິທຳ.ໃນໂອກາດການລົງມາຕິດຕາມການເຄື່ອນໄຫວວຽກງານຍຸຕິທຳຮາກຖານຂອງກົມສົ່ງເສີມລະບົບຍຸຕິທຳຄັ້ງນີ້  ໃນນາມຕາງໜ້າໃຫ້ຄະນະພັກ ຄະນະນຳຂອງພະແນກຍຸຕິທຳແຂວງອັດຕະປື ທ່ານ ສີໄລ ສີສະແຫວງສຸກ ກໍໄດ້ຂື້ນຜ່ານບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານຍຸຕິທຳຮາກຖານປະຈຳປີ 2018 ເຊິ່ງບົດສະຫຼຸບວຽກງານດັ່ງກ່າວນັ້ນ ກໍໄດ້ຍົກໃຫ້ເຫັນໄດ້ເຖິງຜົນສຳເລັດອັນຫຍິ່ງໃຫ່ຍຂອງວຽກງານໃນແຕ່ລະດ້ານເປັນຕົ້ນແມ່ນ ວຽກງານການຮຽນກົດໝາຍຊັ້ນຕົ້ນໄລຍະສັ້ນ 03 ເດືອນໃຫ້ແກ່ພະນັກງານຮາກຖານບ້ານ ໂດຍມີນັກຮຽນເຂົ້າຮຽນທັງໝົດ 178 ຄົນ,​ຍິງ 58 ຄົນ; ວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ໄດ້ເຄື່ອນໄຫວວຽກງານໄດ້ທັງໝົດ 138 ຄັ້ງ ໃນ 139 ບ້ານ ແລະ 30 ໝວດໂຮງຮຽນ ມີຜູ່ເຂົ້າຮ່ວມທັງໝົດ 62.441 ຄົນ,​ ຍິງ 31.762 ຄົນ, ໂຄສະນາທາງວິທະຍຸກະຈາຍສຽງຂອງແຂວງ 32 ຄັ້ງ, ​ໂທລະໂຄ່ງເມືອງ ແລະ ບ້ານ 31 ຄັ້ງ; ເຜີຍແຜ່ກົດໝາຍຢູ່ຕາມໂຮງຮຽນໄດ້ 30 ໂຮງຮຽນ ມີຜູ້ເຂົ້າຮ່ວມທັງໝົດ 8.312 ຄົນ, ຍິງ 40.54 ຄົນ; ສຳເລັດການປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ 55 ບ້ານ ແລະ ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ 132 ບ້ານ; ສຳເລັດການປະເມີນຄອບຄົວແບບຢ່າງປະຕິບັດກົດໝາຍໃນຈຳນວນ 26.822 ຄອບຄົວ ແລະ ຮັກສາຄອບຄົວແບບຢ່າງປະຕິບັດກົດໝາຍໄວ້ໄດ້ 25.824 ຄອບຄົວ, ສ້າງ ແລະ ປະເມີນຄອບຄົວແບບຢ່າງປະຕິບັດກົດໝາຍໃຫມ່ໄດ້ 1.644 ຄອບຄົວ ແລະ ຮັບຮອງຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 27.254 ຄອບຄົວ. ສຳເລັດການປະເມີນຄືນບ້ານແບບຢ່າງປະຕິບັດກົດໝາຍໃນຈຳນວນ 119 ບ້ານ ສາມາດຮັບຮອງໄດ້ 110 ບ້ານ ແລະ ໄດ້ສ້າງບ້ານແບບຢ່າງປະຕິບັດກົດໝາຍໃຫມ່ໄດ້ 11 ບ້ານ ລວມບ້ານແບບຢ່າງປະຕິບັດກົດໝາຍທັງໝົດ 121 ບ້ານ ທຽບເປັນສ່ວນຮ້ອຍແມ່ນເທົ່າກັບ 82,8 %(ສ່ວນຮ້ອຍ) ຂອງບ້ານທັງໝົດພາຍໃນແຂວງ; ຜ່ານມາມີຕູ້ກົດໝາຍປະຈຳບ້ານພາຍໃນແຂວງ 10 ໜ່ວຍ ແລະ ປັດຈຸບັນໄດ້ປະກອບຕູ້ກົດໝາຍປະຈຳບ້ານໄດ້ 09 ໜ່ວຍ ລວມທັງໝົດ 19 ໜ່ວຍໆລະບ້ານ.

ໃນຕໍ່ມາ ທ່ານ ສີສຸພັນ ທອງສາຍທາລາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄຳເຫັນຕໍ່ຄະນະພັກ ຄະນະນຳຂອງພະແນກຍຸຕິທຳແຂວງ ຕະຫຼອດຮອດຄະນະພັກ-ຄະນະນຳຂອງເມືອງ ແລະ ຫ້ອງການຍຸຕິທຳເມືອງ ໂດຍຜ່ານໄປຍັງພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງທີ່ໄດ້ສຸມທຸກກຳລັງແຮງ, ຄວາມຮູ້-ຄວາມສາມາດ ແລະ ຍາດແຍ່ງເອົາຜົນງານອັນດີເດັ່ນດັ່ງກ່າວນັ້ນມາໄດ້. ອີກຢ່າງໜຶ່ງ, ແມ່ນຍ້ອນຄະນະພັກ-ຄະນະນຳແຕ່ລະຂັ້ນຂອງແຂວງ, ເມືອງ ແລະ ບ້ານໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆທີ່ທາງພັກ-ລັດຂັ້ນເທິງມອບໝາຍໃຫ້ ເຊິ່ງມັນສະແດງອອກຢູ່ບ່ອນວ່າພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນຕ່າງກໍບໍ່ທໍ້ຖອຍຕໍ່ກັບວຽກງານດັ່ງກ່າວ ແລະ ຍັງເພີ່ມທະວີໃຫ້ຄວາມສຳຄັນ,​ ຍົກສູງສະຕິເຄົາລົບໃນການການຈັດຕັ້ງປະຕິບັດລະບຽບກົດໝາຍເປັນຢ່າງດີ. ນອກຈາກທີ່ກ່າວມາຂ້າງເທິງນັ້ນ, ທ່ານ ສີສຸພັນ ທອງສາຍທາລາ ກໍໄດ້ເນັ້ນໃຫ້ພະແນກຍຸຕິທຳ ກໍຄືຂະແໜງສົ່ງເສີມລະບົບຍຸຕິທຳຈົ່ງພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນປັດຈຸບັນ ກໍຄືອະນາຄົດໃຫ້ໄດ້ຮັບຜົນດີຂື້ນກ່ວາເກົ່າ.

                                                ພາບ-ບົດຂ່າວ: ໂດຍ ໂພທະສິນ ສະເຫຼີມສັກ.