ຄະນະພັກພະແນກຍຸຕິທຳແຂວງ ອັດຕະປື ລົງເປີດໜ່ວຍງານທະບຽນສານຢູ່ 2 ເມືອງ.

ໃນລະຫວ່າງວັນທີ 28-29 ມີນາ 2019 ທີ່ຜ່ານມານີ້ ທ່ານ ຄຳໄໝ ແສງມະນີ ຮອງຫົວໜ້າພະແນກຍຸຕິທຳແຂວງ ອັດຕະປືພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເປີດກອງປະຊຸມວຽກງານສ້າງຕັ້ງໜ່ວຍງານທະບຽນສານ ໂດຍໃຫ້ກຽດຕ້ອນຮັບຄັ້ງນີ້ແມ່ນທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ ແລະ ເມືອງ ສາມັກຄີໄຊ.

ກອງປະຊຸມເປີດໜ່ວຍງານທະບຽນສານໄດ້ດຳເນີນຢູ່ 2 ຕົວເມືອງຂອງແຂວງ ອັດຕະປືຄື ເມືອງ ພູວົງ ແລະ ເມືອງ ສາມັກຄີໄຊ. ກອງປະຊຸມໄດ້ໄຂຂື້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານເລຂາພັກເມືອງ ເຈົ້າເມືອງ 2 ເມືອງ ແລະ ຄະນະພັກພະແນກຍຸຕິທຳແຂວງ ອັດຕະປື ພ້ອມດ້ວຍແຂກທີ່ຖືກເຊີນມາຈາກບັນດາຫ້ອງການອອ້ມຂ້າງເມືອງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ຊາວຄ້າຂາຍ, ບັນດາສາຂາທະນາຄານຢູ່ຂັ້ນແຂວງ ແລະ ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນການອັນຟົດຟື້ນ.

ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານເລຂາພັກເມືອງ ເຈົ້າເມືອງ ກໍໄດ້ມີຄວາມເຫັນ ພ້ອມທັງໃຫ້ທິດຊີ້ນຳຕໍ່ວຽກງານທະບຽນສານ ໃນບາງຕອນທ່ານໄດ້ກ່າວວ່າ: ການຢັ້ງຢືນຄວາມຖືກຕ້ອງຈາກນາຍທະບຽນສານແມ່ນການຮັບຮູ້ຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຕາມກົດໝາຍຂອງສັນຍາ ຫຼື ເອກະສານອື່ນໆຈາກນາຍທະບຽນສານ ດ້ວຍການເຊັນຢັ້ງຢືນ ແລະ ຈ້ຳຕາປະທັບໃສ່. ນອກນັ້ນ, ວຽກງານດັ່ງກ່າວຍັງເປັນການປະກອບສ່ວນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ສ້າງລັດໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ. ອີກຢ່າງໜຶ່ງກໍເປັນສ່ວນໜຶ່ງທີ່ສຳຄັນໃນການບໍລິຫານວຽກງານຍຸຕິທຳ ໂດຍແນໃສ່ການຫຼຸດຜ່ອນປະລິມານຂອງຂໍ້ຂັດແຍ່ງທີ່ຈະເກີດຂື້ນ ພ້ອມທັງປົກປ້ອງສິດຜົນປະໂຫຍດ, ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຕໍ່ຜູ້ທີ່ເຮັດສັນຍາ ແລະ ເອກະສານອື່ນໆອີກດ້ວຍ. ນອກຈາກທີ່ກ່າວມາຂ້າງເທິງນັ້ນ ທ່ານເລຂາພັກເມືອງ ເຈົ້າເມືອງ ຍັງໄດ້ປຸກລະດົມໃຫ້ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພະນັກງານ ຕະຫຼອດຮອດປະຊາຊົນທຸກຊັ້ນຄົນ ຈົ່ງພ້ອມພຽງກັນຍົກສູງສະຕິເຄົາລົບລະບຽບກົດໝາຍ, ຊຸກຍູ້ໃຫ້ທຸກຄົນເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທາງດ້ານກົດໝາຍ ໂດຍສະເພາະແມ່ນໃຫ້ຄຳປຶກສາທາງດ້ານກົດໝາຍໂດຍບໍ່ເສຍຄ່າຢູ່ຫ້ອງການຍຸຕິທຳເມືອງ ແລະ ນຳເອົາບັນດາສັນຍາ ຫຼື ເອກະສານທີ່ຕົນໄດ້ສ້າງຂື້ນນັ້ນມາຢັ້ງຢືນຄວາມຖືກຕ້ອງຈາກນາຍທະບຽນສານ.

ກ່ອນພິທີຈະສີ້ນສຸດລົງ, ຄະນະພັກພະແນກຍຸຕິທຳແຂວງ ຍັງໄດ້ເນັ້ນໃນກອງປະຊຸມຕື່ມອີກວ່າ ຈຸດປະສົງຫຼັກຂອງວຽກງານທະບຽນສານນີ້ແມ່ນການເພີ່ມທະວີວຽກງານນິຕິກຳ, ປົກປ້ອງຄວາມຍຸຕິທຳ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເປັນການປະກອບສ່ວນອັນແຮງກ້າໃນການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ລວມທັງການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຂອງພັກກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.