ພະແນກຍຸຕິທຳແຂວງອັດຕະປື ສົມທົບກັບ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດເພື່ອລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ

     ໃນຕອນເຊົ້າຂອງວັນທີ 23 ເມສາ 2018 ເວລາ 8 ໂມງ 00 ນາທີ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນຫົວໜ້າທິມງານສູນກົດໝາຍເພື່ອປະຊາຊົນ ໄດ້ເຂົ້າພົບທ່ານ ບຸນຮຽນ ແກ້ວບົດພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດຕຸລາການ ແລະ ທ່ານ ສີໄລ ສີສະແຫວງສຸກ ສະມາຊິກສະພາປະຊາຊົນແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງອັດຕະປື. ການເຂົ້າພົບຄະນະພັກ-ຄະນະນຳຂອງແຂວງໃນຄັ້ງນີ້ມີຈຸດປະສົງເພື່ອລົງມາໃຫ້ຄວາມຮູ້ທາງດ້ານກົດໝາຍ, ເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນ 10ຈຸດ ຂອງ 05 ຕົວເມືອງອອ້ມຂ້າງແຂວງອັດຕະປື ພາຍໃຕ້ຫົວຂໍ້ກົດໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ເຊິ່ງການເຄື່ອນໄຫວໂຄສະນາແມ່ນເລີ່ມແຕ່ວັນທີ 23 ເຖິງວັນທີ 28 ເມສາ 2018.

     ພ້ອມນີ້, ທ່ານ ບຸນຮຽນ ແກ້ວບົດພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດຕຸລາການ ໄດ້ສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍມາຍັງພະແນກຍຸຕິທຳແຂວງທີ່ໄດ້ສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີສ່ວນຮ່ວມໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ແລະ ນິຕິກຳຕ່າງໆຢ່າງເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ສອດຄ່ອງກັບທິດນຳຂອງແຂວງ ກໍຄືມະຕິຕົກລົງຂອງກອງປະຊຸມໃຫ່ຍຄັ້ງທີ x ຂອງແຂວງອັດຕະປື. ນອກຈາກນີ້, ທ່ານ ບຸນຮຽນ ແກ້ວບົວພາດ ກໍຍັງໄດ້ໃຫ້ຄຳເຫັນແລກປ່ຽນ ແລະ ພ້ອມທັງຊີ້ນຳໃຫ້ພະແນກຍຸຕິທຳແຂວງເປັນເຈົ້າການປະສານສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະນິຕິສາດ ແລະ ລັດຖະສາດ ໃນການໃຫ້ຄວາມຮູ້ທາງດ້ານກົດໝາຍ, ຍົກສູງສະຕິເຄົາລົບລະບຽບກົດໝາຍ ແລະ ລັດຖະທຳມະນູນຂອງ ສປປ ລາວ ໃຫ້ລົງສູ່ທ້ອງຖິ່ນຮາກຖານຕົວຈິງ ໂດຍສະເພາະແມ່ນແນໃສ່ໃຫ້ ພໍ່ແມ່, ປະຊາຊົນທຸກຊົນເຜົ່າພາຍໃນແຂວງຂອງພວກເຮົາມີສະຕິເຄົາລົບລະບຽບກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງລັດ ສປປ ລາວ ໃຫ້ເປັນລັດຄຸ້ມຄອງດ້ວຍກົດໝາຍ. ອີກຢ່າງໜຶ່ງແມ່ນເນັ້ນໃສ່ໃຫ້ພົນລະເມືອງລາວໄດ້ຮັບຮູ້ເຖິງສິດ ແລະ ພັນທະຕໍ່ກັບທີ່ດິນ, ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງ, ການລັກລອບຕັດໄມ້ທຳລາຍປ່າຢ່າງຊະຊາຍ, ການຂຸດຄົ້ນແຮ່ທາດທີ່ບໍ່ຖືກຕ້ອງ; ຈຳແນກໄດ້ເຖິງເລ່ກົນອຸບາຍຂອງບຸກຄົນທີ່ບໍ່ດີທີ່ຫວັງຕົວະຍົວະ, ຫຼອກລວງ, ນາບຂູ່, ບັງຄັບ ຫຼື ການຜູກມັດດ້ວຍໜີ້ສິນໂດຍມີຈຸດປະສົງເອົາຄົນໄປຂາຍເພື່ອບັງຄັບໃຫ້ເປັນໂສເພນີ(ຂາຍຕົວ), ໃຊ້ແຮງງານໜັກ, ເປັນຂໍທານ(ທຳຮ້າຍ ຫຼື ຕັດອະໄວຍະວະຮ່າງກາຍໃຫ້ເປັນຄົນພິການ), ທຸບຕີທໍລະມານ ແລະ ຮູບແບບອື່ນໆ.