ພະແນກຍຸຕິທຳແຂວງ ອັດຕະປື ສົມທົບກັບ ຄະນະ: ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ.

    ໃນຕອນເຊົ້າຂອງວັນທີ 23 ເມສາ 2018 ເວລາ 8 ໂມງ 00 ນາທີ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີ ຄະນະ: ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນຫົວໜ້າທິມງານສູນກົດໝາຍເພື່ອປະຊາຊົນ ໄດ້ເຂົ້າພົບທ່ານ ບຸນຮຽນ ແກ້ວບົດພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດຕຸລາການ ແລະ ທ່ານ ສີໄລ ສີສະແຫວງສຸກ ສະມາຊິກສະພາປະຊາຊົນແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ອັດຕະປື. ການເຂົ້າພົບຄະນະພັກ-ຄະນະນຳຂອງແຂວງ ໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອລົງມາໃຫ້ຄວາມຮູ້ທາງດ້ານກົດໝາຍ ຫຼື ໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນ 10 ຈຸດ ຂອງ 05 ຕົວເມືອງອອ້ມຂ້າງແຂວງ ອັດຕະປື ພາຍໃຕ້ຫົວຂໍ້ ກົດໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ເຊິ່ງການເຄື່ອນໄຫວໂຄສະນາແມ່ນເລີ່ມແຕ່ວັນທີ 23-28 ເມສາ 2018 ນີ້.

    ພ້ອມກັນນີ້, ທ່ານ ບຸນຮຽນ ແກ້ວບົດພາດ, ໄດ້ສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍມາຍັງພະແນກຍຸຕິທຳແຂວງ ທີ່ໄດ້ສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະ: ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໃຫ້ມີສ່ວນຮ່ວມໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ແລະ ນິຕິກຳຕ່າງໆຢ່າງເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ, ສອດຄ່ອງກັບທິດນຳຂອງແຂວງ ກໍຄືມະຕິຕົກລົງຂອງກອງປະຊຸມໃຫ່ຍຄັ້ງທີ x ຂອງແຂວງ ອັດຕະປື. ນອກຈາກນີ້, ທ່ານ ບຸນຮຽນ ແກ້ວບົວພາດ ກໍຍັງໄດ້ໃຫ້ຄຳເຫັນແລກປ່ຽນ ແລະ ພ້ອມທັງຊີ້ນຳໃຫ້ພະແນກຍຸຕິທຳແຂວງ ໃຫ້ເປັນເຈົ້າການປະສານສົມທົບກັບສູນກົດໝາຍເພື່ອປະຊາຊົນ ຂອງຄະນະ: ນິຕິສາດ ແລະ ລັດຖະສາດ ໃນການໃຫ້ຄວາມຮູ້ທາງດ້ານກົດໝາຍ, ຍົກສູງສະຕິເຄົາລົບລະບຽບກົດໝາຍ ແລະ ລັດຖະທຳມະນູນຂອງ ສປປ ລາວ ໃຫ້ເຂົ້າສູ່ລວງເລິກຂອງທ້ອງຖິ່ນຮາກຖານຕົວຈິງ ໂດຍສະເພາະແມ່ນແນໃສ່ໃຫ້ພໍ່ແມ່ປະຊາຊົນທຸກຊົນເຜົ່າພາຍໃນແຂວງຂອງພວກເຮົາມີສະຕິເຄົາລົບລະບຽບກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງລັດສປປ ລາວ ໃຫ້ເປັນລັດຄຸ້ມຄອງດ້ວຍກົດໝາຍ. ອີກຢ່າງໜຶ່ງແມ່ນເນັ້ນໃສ່ໃຫ້ພົນລະເມືອງໄດ້ຮັບຮູ້ເຖິງສິດ ແລະ ພັນທະຕໍ່ກັບທີ່ດິນ, ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງ, ການລັກລອບຕັດໄມ້ທຳລາຍປ່າຢ່າງຊະຊາຍ, ການຂຸດຄົ້ນແຮ່ທາດທີ່ບໍ່ຖືກຕ້ອງ; ຈຳແນກໄດ້ເຖິງເລ່ກົນອຸບາຍຂອງບຸກຄົນທີ່ບໍ່ດີ ທີ່ຫວັງຕົວະຍົວະ, ຫຼອກລວງ, ນາບຂູ່, ບັງຄັບ ຫຼື ການຜູກມັດດ້ວຍໜີ້ສິນ ໂດຍມີຈຸດປະສົງເອົາຄົນໄປຂາຍເພື່ອບັງຄັບໃຫ້ເປັນໂສເພນີ(ຂາຍຕົວ), ໃຊ້ແຮງງານໜັກ, ເປັນຂໍທານ(ທຳຮ້າຍ ຫຼື ຕັດອະໄວຍະວະຮ່າງກາຍໃຫ້ເປັນຄົນພິການ), ທຸບຕີທໍລະມານ ແລະ ຮູບແບບອື່ນໆ.