ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຈາກ ພະແນກຍຸຕິທຳແຂວງແທ່ງຮ່ວາ ສສ ຫວຽດນາມ

     ໃນຕອນເຊົ້າຂອງວັນທີ 08 ພຶດສະພາ 2018 ເວລາ 08 ໂມງ 00 ນາທີ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ທັງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ພ້ອມດ້ວຍຄະນະພັກ ຄະນະນຳຂອງພະແນກຍຸຕິທຳ ໄດ້ຕ້ອນຮັບທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງຮ່ວາ ພ້ອມດ້ວຍຄະນະມາຈາກ ສ ສ ຫວຽດນາມ  ທີ່ໄດ້ມາຢ້ຽມຢາມ ແລະ ແລກປ່ຽນຖອດຖອນບົດຮຽນຢູ່ ແຂວງອັດຕະປື. ໃນເວລາດຽວກັນ ກໍໄດ້ເປີດກອງປະຊຸມແລກປ່ຽນຖອດຖອນບົດຮຽນຂື້ນ ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ທັງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ແລະ ທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງຮ່ວາ ຊຶ່ງມີຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຍຸຕິທຳ ແລະ ການພັດທະນາວຽກງານຍຸຕິທຳໃນໄລຍະຜ່ານມາ ກໍຄືສະເພາະໜ້າ ພ້ອມການປະສານສົມທົບວຽກງານການຮ່ວມມືລະຫວ່າງ ແຂວງອັດຕະປື ສປປ ລາວ ແລະ ແຂວງແທ່ງຮ່ວາ ສ ສ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ພະແນກຍຸຕິທຳແຂວງອັດຕະປື ແລະ ພະແນກຍຸຕິທຳແຂວງແທ່ງຮ່ວາ ເຊິ່ງເວລາໃດກໍໄດ້ພົວພັນຮ່ວມມືຊ່ວຍເຫຼືອຢ່າງຮອບດ້ານໃນຂົງເຂດຍຸຕິທຳຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງມາໂດຍຕະຫຼອດ.

     ໃນໄລຍະຜ່ານມາ ພະແນກຍຸຕິທຳແຂວງແທ່ງຮ່ວາ ໄດ້ໃຫ້ການຊ່ວຍເຫຼືອເຄື່ອງເອເລັກໂຕຣນິກເຂົ້າໃນການປະກອບສ່ວນວຽກງານອັນສຳຄັນຂອງພັກ-ລັດ. ນອກນັ້ນ,​ ຍັງໄດ້ເສີມຂະຫຍາຍການພົວພັນຮ່ວມມືເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງເຖິງຖອງ-ກ້ວາງຂວາງຂື້ນກ່ວາເກົ່າ; ສືບຕໍ່ໃຫ້ການຊ່ວຍເຫຼືອໃນວຽກງານຕ່າງໆທີ່ນອນຢູ່ໃນໜ້າທີ່ຂອງພະແນກຍຸຕິທຳແຂວງ.

     ໃນໂອກາດນີ້ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້. ພ້ອມທັງ ອວຍພອນໃຫ້ ທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງ   ຮ່ວາ ພ້ອມດ້ວຍຄະນະ ທີ່ມາມາຈາກ ສ ສ ຫວຽດນາມ  ຈົ່ງປະສົບຜົນສໍາເລັດ ແລະ ຈົ່ງສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຂະແໜງການໃຫ້ໝັ້ນຄົງທະນົງແກ່ນ.