ເປີດຊຸດຝຶກອົບຮົມ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ແຂວງ ອັດຕະປື

ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2019 ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ແລະ ຂະແໜງສົ່ງເສີມລະບົບຍຸຕິທຳ ພະແນກຍຸຕິທຳແຂວງອັດຕະປື ໄດ້ໄຂຊຸດຝຶກອົບຮົມໄລຍະສັ້ນຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ແລະ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳ ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ຊານໄຊ ພ້ອມດ້ວຍຜູ້ຕາງໜ້າຈາກໂຄງການສະໜັບສະໜູນແຜນຍຸດທະສາດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດ ທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ ຫຼື ໂຄງການ 3s-Rol, UNDP ແລະ ພະນັກງານ-ລັດຖະກອນທີ່ຖືກເຊີນມາຈາກຫ້ອງການຍຸຕິທຳ 5 ຕົວເມືອງ ແລະ ພະແນກຍຸຕິທຳແຂວງ ອັດຕະປື ແລະ ຫ້ອງການຍຸຕິທຳເມືອງ ພ້ອມດ້ວຍພະແນກຍຸຕິທຳແຂວງເຊກອງເຂົ້າຮ່ວມຢ່າງພ້ອມພຽງ. ຊຸດຝຶກອົບຮົມໄດ້ຈັດຂື້ນທີ່ ຫ້ອງປະຊຸມສະພາປະຊາຊົນແຂວງ ໃນຫົວຂໍ້: ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເຊິ່ງຈະຖືກດຳເນີນແຕ່ວັນທີ 14-15 ພຶດສະພາ 2019 ນີ້.

ຕໍ່ມາ, ທ່ານ ວິໄລ ໄຊຍະວົງສາ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ກວດກາ ກໍໄດ້ຂື້ນຜ່ານຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເຊິ່ງໂດຍລວມແມ່ນ ເພື່ອເສີມສ້າງທາງດ້ານທັກສະ,​ ຄວາມຮູ້-ຄວາມສາມາດ ແລະ ວິທີການຕ່າງໆ ທີ່ຄຽງຄູ່ກັບການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍໃຫ້ແກ່ປະຊາຊົນບັນດາເຜົ່າ ຕະຫຼອດນັກທຸລະກິດຊາວຄ້າຂາຍ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ, ຂະບວນການຍຸຕິທຳ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຕໍ່ໜ້າກົດໝາຍ, ເຮັດໃຫ້ສັງຄົມມີຄວາມສະຫງົບ,​ ສາມັກຄີປອງດອງ ແລະ ສິວິໄລ.

 ຫຼັງຈາກນັ້ນ,​ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ສະມາຊິກສະພາປະຊາຊົນແຂວງ ໄດ້ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ພ້ອມທັງມີຄຳເຫັນ ບາງຕອນທ່ານໄດ້ກ່າວວ່າ:​ ການຈັດຝຶກອົບຮົມຄັ້ງນີ້ແມ່ນເປັນໂອກາດອັນສຳຄັນທີ່ສຸດໃຫ້ແກ່ນັກຝຶກອົບຮົມທຸກໆຄົນຕ້ອງໄດ້ຍາດແຍ່ງເອົາບົດຮຽນໃໝ່ໆ,ຄວາມຮູ້, ທັກສະຕ່າງໆຈາກສູນກາງ ແລະ ຍັງໄດ້ມີການແລກປ່ຽນຄວາມຄິດເຫັນ, ແລກປ່ຽນປະສົບການ,ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ດັ່ງນັ້ນ,​ ນັກຝຶກອົບຮົມທຸກຄົນຕ້ອງເປັນພ້ອມພຽງກັນເກັບກຳເອົາໝາກຜົນຂອງການຝຶກອົບຮົມຄັ້ງນີ້ ນຳໄປຈັດຕັ້ງເຜີຍແຜ່, ສ້າງຄວາມຮູ້-ຄວາມສາມາດ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນໃນສັງຄົມໄດ້ເຂົ້າເຖິງກົດໝາຍ ແລະ ມີສ່ວນຮ່ວມໃນຂະບວນການຍຸຕິທຳໃຫ້ຫຼາຍຂື້ນ. ທັງນີ້, ກໍແນໃສ່ການໃຫ້ບໍລິການທາງດ້ານກົດໝາຍໂດຍບໍ່ເສຍຄ່າແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍ ໂດຍຜ່ານອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.

ໃນຕອນທ້າຍ, ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ມີຄຳເຫັນທາງດ້ານວິຊາການກົດໝາຍ ແລະ ຍົກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ໂດຍທ່ານໄດ້ຍົກບາງປະເດັນທີ່ສຳຄັນກ່ຽວກັບຫຼັກການຊ່ວຍເຫຼືອທາງດ້ານກົດໝາຍ ເປັນຕົ້ນແມ່ນ: ປະເພດການຊ່ວຍເຫຼືອ, ຂັ້ນຕອນຂອງການຊ່ວຍເຫຼືອ, ສິດ ແລະ ໜ້າທີ່ຂອງຜູ້ໃຫ້ການຊ່ວຍເຫຼືອ, ບັນດາຂໍ້ຫ້າມທີ່ແຕະຕ້ອງເຖິງສິດຜົນປະໂຫຍດອັນຊອບທຳຂອງຜູ້ຂໍຄວາມຊ່ວຍເຫຼືອ ແລະ ສິ່ງສຳຄັນໄປກວ່ານັ້ນແມ່ນ ວຽກງານກວດການການຊ່ວຍເຫຼືອ ແລະ ອົງການຄຸ້ມຄອງວຽກງານຊ່ວຍເຫຼືອທາງດ້ານກົດໝາຍ.

                                                                   ພາບ ແລະ ຂ່າວ ໂພທະສິນ ສະເຫຼີມສັກ